ການນຳນະຄອນຮ່າໂນ້ຍອວຍພອນພະມາຫາອາຈານທິ໋ກໂຟ້ເຕ້ວ

ການນຳນະຄອນຮ່າໂນ້ຍອວຍພອນພະມາຫາອາຈານທິ໋ກໂຟ້ເຕ້ວ - ảnh 1
ພະ​ມາ​ຫາ​ອາ​ຈານ ​ທິ໋ກ​ໂຟ​້​ເຕ້ວ,
ປະ​ທານສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ
(ພາບ: TTXVN)


(vovworld) –​ ເນື່ອງ​ໃນ​ໂອ​ກາດ​ບຸ​ນ​ເຕັດ​ປີິ​ວອກ 2016, ວັນ​ທີ 02/02, ທ່ານ​ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຮ່າ​ໂນ້ຍ ຫວູ​ຮົ່ງ​ແຄງ ໄດ້​ໄປ​ຢ້​ຽມ​ຢາມ ແລະ ອວຍ​ພອນ​ປີ​ໃໝ່ພະ​ມາ​ຫາ​ອາ​ຈານ ​ທິ໋ກ​ໂຟ​້​ເຕ້ວ, ປະ​ທານສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ ຢູ່​ວັດ ວຽນ​ມິງ, ຕາ​ແສງ ກວາງ​ລ້າງ, ເມືອງ ຟຸ໋​ຊວ​ຽນ, ຮ່າ​ໂນ​້ຍ. ທ່ານ​ຮອງ​ປະ​ທານ ຫວູ​ຮົ່ງ​ແຄງ ໃຫ້​ຮູ້​ວ່າ, ໃນ​ຊຸ​ມ​ປີ​ຜ່ານ​ມາ, ພາຍ​ໃຕ້​ຄວາມ​ເ​ອົາ​ໃຈ​ໃສ່ຊີ້​ນຳ​ນຳ​ພາ​ຂອງ​ປະ​ທານ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ ຍາມ​ໃດ​ກໍ​ເ​ອົາ​ໃຈ​ໃສ່, ເບິ່ງ​ແຍງ​ດູ​ແລ​ເຖິງ​ຊີ​ວິດ​ທາງ​ດ້ານ​ຈິດ​ໃຈ​ໃຫ້​ບັນ​ດາ​ພຸດ​ທະ​ສາ​ສະ​ນິກ​ະ​ຊົນ. ຕັ້ງ​ໜ້າປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງສາ ແລະ ພັດ​ທະ​ນາ​ນະ​ຄອ​ນ​ຫຼວງ ແລະ ປະ​ເທດ​ຊາດ. ທ່ານ​ຮອງ​ປະ​ທານ ຫວູ​ຮົ່ງ​ແຄງ ປາດ​ຖະ​ໜາ​ວ່າ, ດ້ວຍ​ອິດ​ທິ​ພົນ​ຊື່​ສຽງ​ຂ​ອງ​ຕົນ​ປະ​ທານ​ພະ​ມາ​ຫາ​ອາ​ຈານ ​ທິ໋ກ​ໂຟ​້​ເຕ້ວ ຈະ​ສືບ​ຕໍ່​ຊີ້​ນຳ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ ​ພ້ອມ​ກັບ​ປະ​ເທດ​ຊາດ, ເ​ອົາ​ໃຈ​ໃສ່​ເຖິງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະ​ຊາ​ຊົນ, ນຳ​ມາ​ເຊິ່ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ພຸດ​ທະ​ສາ​ສະ​ນິກ​ະ​ຊົນ ກໍ​ຄື​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ.

ຂ່າວ/ບົດ​ອື່ນ