ການນຳນະຄອນໂຮ່ຈິມິນ ຕ້ອນຮັບຄະນະຜູ້ແທນເຂດ South Ostrobothnia, ປະເທດ ແຟັງລັງ

ການນຳນະຄອນໂຮ່ຈິມິນ ຕ້ອນຮັບຄະນະຜູ້ແທນເຂດ South Ostrobothnia, ປະເທດ ແຟັງລັງ - ảnh 1
ທ່ານ​ເລ​ຮ່ວາງ​ກວນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ
(ພາບປະກອບ)


(vovworld) – ຕອນ​ບ່າຍ​ວັນ​ທີ 5/3, ທ່ານ​ເລ​ຮ່ວາງ​ກວນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ໄດ້​​ໃຫ້ການ​ຕ້ອນຮັບ​ຄະນະຜູ້​ແທນ​ເຂດ South Ostrobothnia, ປະ​ເທດ ​ແຟັງ​ລັງ ​ໂດຍ​ທ່ານ Asko Peltola, ຜູ້​ວ່າການ​​ເຂດ South Ostrobothnia ນຳ​ໜ້າ ທີ່ພວມ​ມີ​ການ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່ ​ຫວຽດນາມ. ນະ​ທີ່​ນີ້, ທ່ານ​ເລ​ຮ່ວາງ​ກວນ ​ເນັ້ນ​ໜັກ​ວ່າ: ຍາມ​ໃດ ນະຄອນ​ໂຮ່ຈິ​ມິນ ກໍ່​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ເພີ່ມ​ພູນ​ຄູນ​ສ້າງ, ພັດທະນາ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ​ແຟັງ​ລັງ ​ເວົ້າ​ລວມ ​ແລະ ລະຫວ່າງ​ ນະຄອນ​ໂຮ່ຈິ​ມິນ ກັບ​ບັນດາ​ທ້ອງ​ຖິ່ນ, ຄູ່​ຮ່ວມ​ມື​ຂອງ ​ແຟັງ​ລັງ ​ເວົ້າ​ສະ​ເພາະ.

      ທ່ານ Asko Peltola, ຜູ້​ວ່າການ​​ເຂດ South Ostrobothnia, ປະ​ເທດ ​ແຟັງ​ລັງ ​ໃຫ້​ຮູ້​ວ່າ: ຈຸຸດປະສົງ​ຄະນະ​ຜູ້​ແທນ​ເຂດ South Ostrobothnia, ປະ​ເທດ ​ແຟັງ​ລັງ ມາ ຫວຽດນາມ ກໍ່​ຄື​ມາ ນະ​ຄອນ​ໂຮ່ຈິ​ມິນ ຄັ້ງ​ນີ້ ​ແມ່ນ​​ແນ​ໃສ່​ແລກປ່ຽນ​ກາລະ​ໂອກາດຮ່ວມ​ມື​ ລະຫວ່າງ 2 ຝ່າຍ ​ໃນ​ຂົງ​ເຂດ​ກະສິກຳ, ຄວາມ​ປອດ​ໄພ ​ແລະ ສຸຂະ​ອະນາ​ໄມ​ຂອງ​ອາຫານ.

ຂ່າວ/ບົດ​ອື່ນ