ການນຳນະຄອນໂຮ່ຈິມິນຕ້ອນຮັບຄະນະຜູ້ແທນຂັ້ນສູງພັກກອມມູນິດກູບາ

ການນຳນະຄອນໂຮ່ຈິມິນຕ້ອນຮັບຄະນະຜູ້ແທນຂັ້ນສູງພັກກອມມູນິດກູບາ - ảnh 1
ທ່ານ​ ​ເລ​ຮ່ວາງ​ກວນ ຕ້ອນຮັບ​ທ່ານ Salvador Valdes Mesa
(ພາບ:​Thanh Vũ – TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 2/6, ທ່ານ​ປະທານ​ຄະນະ​ກຳມະການ​ປະ​ຊາຊົນ​ນະຄອນ ​ໂຮ່ຈິ​ມິນ ​ເລ​ຮ່ວາງ​ກວນ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​ກອມ​ມູນິດ ກູ​ບາ ​ໂດຍ​ທ່ານ Salvador Valdes Mesa , ຮອງ​ປະທານ​ສະພາ​ແຫ່ງ​ລັດ​ກູ​ບາ ​ເປັນ​ຫົວໜ້າ​ຄະນະ, ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ ​ເລ​ຮ່ວາງ​ກວນ ຢືນຢັນ​ວ່າ: ຫວຽດນາມ ​ແລະ ກູ​ບາ ມີ​ການ​ພົວພັນທີ່ສັດ​ຊື່, ບໍລິ​ສຸດ,​ ​ ຍາມ​ໃດ​ກໍ​ສະ​ຫງວນ​ໃຫ້​ກັນ​ບັນດາ​ນ້ຳ​ໃຈ​​ແບບ​ພິ​ເສດ​ ​ແລະ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ:​ ການ​ຢ້ຽມຢາມ​ຄັ້ງ​ນີ້​ຈະ​ປະກອບສ່ວນ​ຮັດ​ແໜ້ນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດຍິ່ງກ່ວາ​ອີກ. ນະຄອນ​ໂຮ່ຈິ​ມິນ ພ້ອມ​ແລ້ວ​ທີ່​ຈະ​ແລກປ່ຽນ ​ແລະ ​ແບ່ງປັນ​ບົດຮຽນ​ກັບ ກູ​ບາ ກ່ຽວ​ກັບ​ວິວັດທະນາ​ການ​ກໍ່ສ້າງ ​ແລະ ພັດທະນາ​ນະຄອນ,​ ນັບ​ທັງ​ຂົງ​ເຂດ​ພັດທະນາ​ເສດຖະກິດ ກໍ​ຄື​ຄວາມ​ໝັ້ນຄົງ​ທາງ​ດ້ານສັງຄົມ. ທ່ານ ​ເລ​ຮ່ວາງ​ກວນ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ 2 ປະ​ເທດ​ຈະ​ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງນ້ຳ​ໃຈ​ມິດຕະພາບ​ອ້າ​ຍນ້ອງ ຫວຽດນາມ-​ກູ​ບາ ​ໃຫ້ນັບ​ມື້​ນັບ​ພັດທະນາ, ປະກອບສ່ວນ​ຊຸກຍູ້​ນ້ຳ​ໃຈ​ສາມັກ​ຄີ,​ ມິດຕະພາບທີ່​ເປັນມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ຍິ່ງ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ