ການນຳນະຄອນໂຮ່ຈີມິນຕ້ອນຮັບທີ່ປຶກສາຂັ້ນສູງຂອງລັດຖະມົນຕີການຕ່າງປະເທດອາເມລິກາ

ການນຳນະຄອນໂຮ່ຈີມິນຕ້ອນຮັບທີ່ປຶກສາຂັ້ນສູງຂອງລັດຖະມົນຕີການຕ່າງປະເທດອາເມລິກາ - ảnh 1
ການນຳນະຄອນໂຮ່ຈີມິນຕ້ອນຮັບ
ທີ່ປຶກສາຂັ້ນສູງຂອງລັດຖະມົນຕີການຕ່າງປະເທດອາເມລິກາ
(ພາບ: TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 8/3, ທ່ານ​ ດິງລາ​ທັງ, ເລຂາຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ David Thorne, ທີ່​ປຶກສາຂັ້ນ​ສູງ​ຂອງລັດຖະມົນຕີວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ອາ​ເມ​ລິ​ກາ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ນັກທຸລະກິດ ອາ​ເມ​ລິ​ກາ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ ດິງລາ​ທັງ, ເລຂາຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ, ຖື​ວ່າ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ພິ​ເສດ​ແມ່ນ​ພາຍຫຼັງ​ການ​ຢ້ຽມຢາມ ອາ​ເມ​ລິ​ກາ​ຂອງ​ທ່ານ ຫງວຽນ​ຟູ໋ຈ້ອງ, ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ​ເມື່ອ​ເດືອນ 7/2015, ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ ນັບ​ມື້​ນັບ​ແໜ້ນ​ແຟ້ນກວ່າ​ເກົ່າ. ສ່ວນ​ທາງ​ນະຄອນ ​ໂຮ່ຈີ​ມິນ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ຮ່ວມ​ມື​ກັບ​ບັນດາ​ທ້ອງ​ຖີ່​ນ ກໍ່​ຄື​ວິ​ສາ​ຫະກິດ ອາ​ເມ​ລິ​ກາ. ສ່ວນທ່ານ David Thorne ກໍ່​ໃຫ້​ຮູ້​ວ່າ, ການ​ຢ້ຽມຢາມ​ ຫວຽດນາມຂອງ​ຄະນະ​ຄັ້ງ​ນີ້, ​ແມ່ນ​ເພື່ອ​ເຊື່ອມ​ຕໍ່​ຫົວຄິດ​ປະດິດ​ສ້າງ, ສົ່ງ​ເສີມ​ນ້ຳ​ໃຈດຳ​ເນີນ​ອາຊີບ ​ແລະ ສ້າງ​ລະບົບ​ຊີວະ​ພາບ​ດຳ​ເນີນ​ອາຊີບ. ​ແບ່ງປັນ​ບົດຮຽນ, ວິທີ​ປະຕິບັດ​ຂົງ​ເຂດ​ນີ້​ກັບ ​ຫວຽດນາມ​ນາມ​ໃຫ້​ດີ​ທີ່​ສຸດ.

 

ຂ່າວ/ບົດ​ອື່ນ