ການນຳນະຄອນໂຮ່ຈີມິນຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດລາວ

ການນຳນະຄອນໂຮ່ຈີມິນຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດລາວ - ảnh 1
ທ່ານ ຫງວຽນ​ແທ່ງ​ຟອງ ​ຕ້ອນຮັບ​​ທ່ານ ຈັນ​ສະ​ໝອນ ຈັນຍາ​ລາດ
(ພາບສຳນັກຂ່າວສານຫວຽດນາມ)

(vovworld) - ​ຕອນ​ບ່າຍ​ວັນ​ທີ 21/06 ທ່ານ ຫງວຽນ​ແທ່ງ​ຟອງ ກຳມະການ​ສູນ​ກາງ​ພັກ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ ສປປ ລາວ ​ໂດຍ​ທ່ານ ຈັນ​ສະ​ໝອນ ຈັນຍາ​ລາດ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ລາວ ນຳ​ໜ້າ. ທ່ານ ຫງວຽນ​ແທ່ງ​ຟອງ ​ໃຫ້​ຮູ້​ວ່າ: ນະ​ຄອນ​ຍາມ​ໃດ​ກໍ່​ນຳ​ໜ້າ​ໃນ​ການ​ຮ່ວມມື ​ແລະ ໜູນ​ຊ່ວຍ​ບັນດາ​ທ້ອງ​ຖິ່ນ​ຂອງ ລາວ, ​ໃນ​ນັ້ນ​ມີ​ນະຄອນຫລວງ ວຽງ​ຈັນ, ​ແຂວງ​ຈຳປາ​ສັກ. ປະຈຸ​ບັນ, ນະຄອນ​ໄດ້ ​ແລະ ພວມຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຄື: ໜູນ​ຊ່ວຍ​ດ້ານ​ເຕັກນິກ​ໃນ​ການ​ລ້ຽງ​ງົວພັນ​ຊີ້ນ, ສ້າງ​ແຜນ​ຮ່າງ​ບຳລຸງ​ຄວາມ​ສາມາດ​ໃນການ​ຄຸ້ມ​ຄອງ​ງົບປະມານ​ໃຫ້​ນະຄອນຫລວງ ວຽງ​ຈັນ…ບັນດາ​ຄວາມ​ມານະ​ພະຍາບາ​ມດັ່ງ​ກ່າວ​ຂອງ​ນະຄອນ ​ໂຮ່ຈີ​ມິນ ​ເພື່ອ​ແນ​ໃສ່​ເຮັດ​ໃຫ້​ການພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ ຫວຽດນາມ ​ແລະ ລາວ ມີ​ຊີ​ວິດ​ຊີວາ​ຕື່ມ​ອີກ.

 

ຂ່າວ/ບົດ​ອື່ນ