ການນຳນະຄອນໂຮ່ຈີມິນຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມີນ ແລະ ປະທານ ໂຕນດຶກທັງ

(VOVWORLD) -ຢູ່ທີ່ນີ້, ຄະນະຜູ້ແທນໄດ້ສະຫງວນເວລາ 1 ນາທີກົ້ມຫົວໄວ້ອາໄລສະແດງຄວາມຮູ້ບຸນຄຸນຕໍ່ປະທານ ໂຮ່ຈີມິນ ທີ່ມີຕໍ່ພາລະກິດປະຕິວັດທີ່ສະຫງ່າອົງອາດຂອງພັກກອມມູນິດ ຫວຽດນາມ ແລະ ຊາດ ຫວຽດນາມ; ອາໄລຫາປະທານ ໂຕນດຶກທັງ - ຜູ້ນຳຂອງຊົນຊັ້ນກຳມະກອນ ຫວຽດນາມ.
ການນຳນະຄອນໂຮ່ຈີມິນຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມີນ ແລະ ປະທານ ໂຕນດຶກທັງ - ảnh 1ທ່ານ ຫງວຽນວັນເນນ, ເລຂາພັກນະຄອນ ໂຮ່ຈີມິນ, ເປັນຫົວໜ້າຄະນະ, ໄດ້ໄປຖະຫວາຍທູບທຽນ, ດອກໄມ້ອາໄລຫາປະທານ ໂຮ່ຈີມິນ, ປະທານ ໂຕນດຶກທັງ
(ພາບ: TTXVN)

ຕອນເຊົ້າວັນທີ 31 ສິງຫາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນການປະຕິວັດເດືອນ ສິງຫາ ແລະ ວັນຊາດທີ 2 ກັນຍາ, ຄະນະຜູ້ແທນຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໂດຍທ່ານ ຫງວຽນວັນເນນ, ເລຂາພັກນະຄອນ ໂຮ່ຈີມິນ, ເປັນຫົວໜ້າຄະນະ, ໄດ້ໄປຖະຫວາຍທູບທຽນ, ດອກໄມ້ອາໄລຫາປະທານ ໂຮ່ຈີມິນ, ປະທານ ໂຕນດຶກທັງ ຢູ່ຫໍພິພິຕະພັນ ໂຮ່ຈີມິນ - ສາຂານະຄອນ ໂຮ່ຈີມິນ.

        ຢູ່ທີ່ນີ້, ຄະນະຜູ້ແທນໄດ້ສະຫງວນເວລາ 1 ນາທີກົ້ມຫົວໄວ້ອາໄລສະແດງຄວາມຮູ້ບຸນຄຸນຕໍ່ປະທານ ໂຮ່ຈີມິນ ທີ່ມີຕໍ່ພາລະກິດປະຕິວັດທີ່ສະຫງ່າອົງອາດຂອງພັກກອມມູນິດ ຫວຽດນາມ ແລະ ຊາດ ຫວຽດນາມ; ອາໄລຫາປະທານ ໂຕນດຶກທັງ - ຜູ້ນຳຂອງຊົນຊັ້ນກຳມະກອນ ຫວຽດນາມ.

        ຕໍ່ຈາກນັ້ນ, ຄະນະຜູ້ແທນນະຄອນໄດ້ໄປຢ້ຽມຊົມງານວາງສະແດງດ້ວຍຫົວຂໍ້ “ວັນບຸນເອກະລາດ ອາໄລຫາປະທານ ໂຮ່ຈີມິນ” ຢູ່ທ່າກ່ຳປັ່ນ ຍ່າຣົ່ງ (ເມືອງ 4, ນະຄອນ ໂຮ່ຈີມິນ).

ຕອບກັບ

ຂ່າວ/ບົດ​ອື່ນ