ກາ​ນນຳ​ນະຄອນ​ໂຮ່ຈີ​ມິນ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ປະທານ​ໂຮ່ຈີ​ມິນ​ແລະ​ປະທານ​ໂຕນ​ດຶກ​ທັ໋ງ

ກາ​ນນຳ​ນະຄອນ​ໂຮ່ຈີ​ມິນ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ປະທານ​ໂຮ່ຈີ​ມິນ​ແລະ​ປະທານ​ໂຕນ​ດຶກ​ທັ໋ງ - ảnh 1
ກາ​ນນຳ​ນະຄອນ​ໂຮ່ຈີ​ມິນ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ
​ປະທານ​ໂຮ່ຈີ​ມິນ​ແລະ​ປະທານ​ໂຕນ​ດຶກ​ທັ໋ງ

(vovworld) – ຕອນ​ເຊົ້າ​ວັນ​ທີ 02/09, ​ເນື່ອງ​​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 71 ປີ​ແຫ່ງ​ການ​ວັນຊາດ​ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ, ຄະນະການ​ນຳ​ຄະນະ​ພັກ​ນະຄອນ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ, ຄະນະ​ກຳມະການ​​ແນວ​ໂຮມ​ປ​ເທດ​ຊາດ ຫວຽດນາມ ນະຄອນ ​ໂຮ່ຈີ​ມິນ ​ໂດຍ​ທ່ານ ດິງລາ​ທັງ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ນຳ​ໝ້າ​ໄດ້​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ປະທານ ​ໂຮ່ຈີ​ມິນ ຢູ່​ຫໍພິພິທະພັນ ​ໂຮ່ຈີ​ມິນ ສາຂາ​ນະຄອນ ​ໂຮ່ຈີ​ມິນ, ສວນສາທາລະນະ ອະນຸສາວະລີ ​ໂຮ່ຈີ​ມິນ ​ແລະ ປະທານ ​ໂຕນ​ດຶກ​ທັ໋ງ ຢູ່​ຫໍພິພິທະ​ພັນ​ ​ໂຕນ​ດຶກ​ທັ໋ງ. ທີ່​ຫໍພິພິທະ​ພັນ ​ໂຮ່ຈີ​ມິນ ຄະນະ​ການ​ນຳ​ນະຄອນ​ ​ກໍ່​ໄດ້​ຢ້ຽມຊົມ​ງານ​ວາງສະ​ແດງ​ແນະນຳ​ກ່ຽວ​ກັບ​ຮູບ​ພາບ, ​ເອກະສານ​ກ່ຽວ​ກັບ​ປະທານ ​ໂຮ່ຈີ​ມິນ ກໍ່​ຄື​ບັນດາ​ຜົນງານ​ປ່ຽນ​ໃໝ່​ຂອງ​ປະ​ເທດ​ຊາດ​ໃນ 30 ປີຜ່ານມາ.

ຂ່າວ/ບົດ​ອື່ນ