ການນຳນະຄອນໂຮ່ຈິມິນຖະຫວາຍທູບທຽນອາໄລຫາອະດີດເລຂາທິການໃຫຍ່ເລຢວນ

ການນຳນະຄອນໂຮ່ຈິມິນຖະຫວາຍທູບທຽນອາໄລຫາອະດີດເລຂາທິການໃຫຍ່ເລຢວນ - ảnh 1
ທ່ານ​ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ເລຢວນ 
(ພາບ: TTXVN)

(vovworld) - ​ວັນ​ທີ 04/04, ຄະ​ນະ​ຜ​ູ້​ແທນຄະ​ນະ​ພັກ, ສະ​ພາ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ໄປ​ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາທ່ານ​ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ເລຢວນ ຢູ່​ເຮືອນ​ສ່ວນ​ຕົວ​ທີ່​ເມືອງ 3, ນະ​ຄອນ​ໂຮ່​ຈິ​ມິນ. ຄະ​ນະ​ຜູ້​ແທນ​ໄດ້​​ເຄົາ​ລົບຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ ແລະ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ບັນ​ດາ​ການ​ອຸ​ທິດ​ສ່ວນ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ປະ​ເທດ​ຊາດ​ຂອງທ່ານ​ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ເລຢວນ. ບັນ​ດາ​ສະ​ມາ​ຊິກ​ໃນ​ຄະ​ນະ​ໄດ້​ພ້ອມ​ກັນ​ຫວນ​ຄືນ​ຊີ​ວິດ, ພາ​ລະ​ກິດ​ປະ​ຕິ​​ວັດ​ອັນ​ສູງ​ສົ່ງ​ຂອງ​ທ່ານ​ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ເລຢວນ, ການ​ນຳ​ຜູ້​ດີ​ເລີດ​ຂອງ​ພັກ ແລະ ປະ​ຊາ​ຊົນ​ຫວຽດ​ນາມ, ​ເຊິ່ງ​ມີ​ຈິນ​ຕະ​ນາ​ການ​ແບບຫົວ​ຄິດ​ປະ​ດິດ​ສ້າງ​ອັນ​ຍິ່ງ​ໃຫຍ່​ຂອງ​ການ​ປະ​ຕິ​ວັດ​ຫວຽດ​ນາມ, ເປັນ​ລູກ​ສິດ​ທີ່​ດີ​ເດັ່ນ​ຂອງ​ປະ​ທານ​ໂຮ່​ຈິ​ມິນ.

        ທ່ານ​ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ເລຢວນ (1907 - 1986), ໄດ້​ກ​ຳ​ເນີດ​ໃນ​ຄອບ​ຄົວ​ຊາວ​ຜູ້​ອອກ​ແຮງ​ງານມີ​ມູນ​ເຊື້ອ​ຮັກ​ຊາດ ຢູ່​ເມືອງ ຈ້ຽວ​ຟອງ, ແຂວງກວາງ​ຈີ້. ​ເປັນ​ເວ​ລາເກືອບ 60 ປີ​ທີ່ເຄື່ອນ​ໄຫວ​ປະ​ຕິ​ບັດ​, 26 ປີ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຜູ້​ທີ​ໜຶ່ງ ແລະ ເລ​ຂາ​ທິ​ການ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຢ່າງ​ລຽນ​ຕິດ, ທ່ານ​ ເລຢວນ ໄດ້​ອຸ​ທິດ​ຕະ​ຫຼອ​ດ​ຊີ​ວິດ​ຂອງ​ຕົນ​ໃຫ້​ແກ່​ພາ​ລະ​ກິດ​ຕໍ່​ສູ້, ປົດ​ປ່ອຍ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ ແລະ ​ສ້າງ​ສາ​ປະ​ເທດ​​ຫວຽດ​ນາມ ​ສັງ​ຄົມ​ນິ​ຍົມ.

ຕອບກັບ

ຂ່າວ/ບົດ​ອື່ນ