ການນຳນະຄອນໂຮ່ຈີມິນພົບປະກັບຜູ້ແທນອະນຸຊົນ3ປະເທດຫວຽດນາມ-ລາວ-ກຳປູເຈຍ

ການນຳນະຄອນໂຮ່ຈີມິນພົບປະກັບຜູ້ແທນອະນຸຊົນ3ປະເທດຫວຽດນາມ-ລາວ-ກຳປູເຈຍ - ảnh 1
(ພາບປະກອບ)

(vovworld) - ​ ຕອນ​ຄ່ຳ​ວັນ​ທີ 28/07, ການ​ນຳ​ນະຄອນ ​ໂຮ່ຈີ​ມິນ ມີ​ການ​ພົບ​ປະ​ກັບ​ບັນດາ​ຜູ້​ແທນ​ນ້ອງນ້ອຍອະນຸຊົນທີ່​ດີ​ເດັ່ນ​ຂອງ 3 ປະ​ເທດ ຫວຽດນາມ - ລາວ - ກຳປູ​ເຈຍ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ນອນ​ໃນ​ລາຍການ​ພົບ​ປະ​ແລກປ່ຽນ​ນ້ອງນ້ອຍ​ອະນຸຊົນສາກົນ ​ໂດຍ​ຄະນະ​ຊາວ​ໜຸ່ມ​ນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ແຕ່​ວັນ​ທີ 28/07 – 01/08. ນະ​ທີ່​ນີ້, ທ່ານ​ນາງ ຫວໍ​ທິຢູງ ຮອງ​ເລຂາຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ​ເນັ້ນ​ໜັກ​ວ່າ: ລາຍການ​ພົບ​ປະ​ແລກປ່ຽນ​ອະນຸຊົນສາກົນ ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ, ປະກອບ​ສ່ວນ​ເພີ່ມ​ພູນ​ຄູນ​ສ້າງ, ຮັດ​ແໜ້ນ​​ຄວາມສາມັກຄີ, ມິດຕະພາບ​ລະຫວ່າງປະຊາຊົນ 3 ປະ​ເທດ​ກ່ວາ​ອີກ. ການ​ນຳ​ນະຄອນ​ ​ໂຮ່ຈີ​ມິນ ປາດ​ຖະໜາ​ວ່າ: ​ໃນ​ລາຍການ​ນີ້ ພວກ​ນ້ອງ​ນ້ອຍ​ອະນຸຊົນຈະ​ມີການ​ເຂົ້າ​ຮ່ວມທີ່​ມີ​ຜົນ​ປະ​ໂຫຍ​ດຫລາຍ​ຢ່າງ​ ​ແລະ ມີ​ຄວາມ​ປະ​ທັບ​ໃຈທີ່​ດີ​ຫລາຍ​ຢ່າງ, ມີອະນຸສອນອັນ​ດີງາມກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ ຫວຽດນາມ ​ເວົ້າ​ລວມ ​ແລະ ນະຄອນ ​ໂຮ່ຈີ​ມິນ ​ເວົ້າ​ສະ​ເພາະ.

        ດ້ວຍ​ຫົວ​ຂໍ້ “ອ​້ອມ​ແຂນ​ເພື່ອນ​ມິດ”, ລາຍການ​ພົບ​ປະ​ແລກປ່ຽນ​ນ້ອງນ້ອຍ​ອະນຸຊົນ​ສາກົນ ມີ​ການ​ເຂົ້າ​ຮ່ວມ​ຂອງ​ນ້ອງນ້ອຍ​ອະນຸຊົນ​ທີ່​ດີ​ເດັ່ນ​ເກືອບ 180 ຄົນ​ທີ່ມາ​ຈາກ 3 ປະ​ເທດ ຫວຽດນາມ - ລາວ - ກຳປູ​ເຈຍ.

ຂ່າວ/ບົດ​ອື່ນ