ການ​ນຳ​ນະ​ຄອນ​ໂຮ່​ຈີ​ມິນ​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ຈຸດ​ສຸມ ມາ​ເລ​ເຊຍ

(VOVWORLD) -ຕອນບ່າຍວັນທີ 12 ກັນຍາ, ທ່ານເລແທັງລຽມ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນໄດ້ໃຫ້ການຕ້ອນຮັບທ່ານນາງ Teresa Kos Su Sim ລັດຖະມົນຕີກະຊວງອຸດສາຫະກຳຈຸດສຸມ ມາເລເຊຍ, ນຳໜ້າຄະນະວິສາຫະກິດ ມາເລເຊຍ ມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈີມິນ. 
ການ​ນຳ​ນະ​ຄອນ​ໂຮ່​ຈີ​ມິນ​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ຈຸດ​ສຸມ ມາ​ເລ​ເຊຍ - ảnh 1ທ່ານເລແທັງລຽມ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນໃຫ້ການຕ້ອນຮັບທ່ານນາງ Teresa Kos Su Sim ລັດຖະມົນຕີກະຊວງອຸດສາຫະກຳຈຸດສຸມ ມາເລເຊຍ (ພາບ: TTXVN)

ນະທີ່ນີ້, ທ່ານເລແທັງລຽມ ສະແດງຄວາມຊົມເຊີຍຕໍ່ການພັດທະນາຢ່າງດີງາມໃນການພົວພັນສອງຝ່າຍລະຫວ່າງ ຫວຽດນາມ - ມາເລເຊຍ, ພິເສດໃນຂົງເຂດການຮ່ວມມືດ້ານເສດຖະກິດ. ບົນພື້ນຖານການພົວພັນຮ່ວມມືຢ່າງດີງາມໃນຂົງເຂດເສດຖະກິດລະຫວ່າງສອງປະເທດ, ນະຄອນໂຮ່ຈີມິນ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບມາເລເຊຍ, ກັບບັນດາທ້ອງຖິ່ນ ແລະ ວິສາຫະກິດຂອງ ມາເລເຊຍ ໃນຂົງເຂດການຄ້າ, ການລົງທຶນ ແລະ ບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈໃຫ້ຫຼາຍກ່ວາອີກ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ທັງສອງຝ່າຍ ແລະ ປະກອບສ່ວນໃຫ້ແກ່ວັດທະນາຖາວອນລວມຂອງພາກພື້ນ.

        ເມື່ອແບ່ງປັນກ່ຽວກັບຄວາມສາມາດບົ່ມຊ້ອນໃນຂະແໜງອຸດສາຫະກຳຈຸດສຸມຂອງ ມາເລເຊຍຄືການປຸງແຕ່ງນ້ຳມັນປາມ, ນ້ຳມັນໝາກພ້າວ, ພິກໄທ, ຢາງພາລາ, ທ່ານນາງ Teresa Kos Su Sim ໃຫ້ຮູ້ວ່າ: ມີກ່ວາ 50% ປະລິມານນ້ຳມັນປາມ ຂອງມາເລເຊຍໄດ້ສົ່ງອອກມາຍັງຕະຫຼາດຫວຽດນາມ, ເພາະສະນັ້ນ, ມາເລເຊຍ ມີຄວາມປາດຖະໜາຢາກ ຍູ້ແຮງບັນດາໂຄງການຮ່ວມມືກັບຫວຽດນາມ ໃຫ້ຫຼາຍກ່ວາອີກ, ໃນນັ້ນມີນະຄອນ ໂຮ່ຈີມິນ ໃນຂົງເຂດປຸງແຕ່ງ, ສົ່ງອອກ - ນຳເຂົ້າຜະລິດຕະພັນນ້ຳມັນປາມ ທີ່ບັນລຸໄດ້ມາດຕະຖານສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ