ການນຳນະຄອນໂຮ່ຈີມິນໄຫວ້ອາໄລອະດີດນາຍົກລັດຖະມົນຕີສິງກາໂປຫຼີກຸງຢູ

ການນຳນະຄອນໂຮ່ຈີມິນໄຫວ້ອາໄລອະດີດນາຍົກລັດຖະມົນຕີສິງກາໂປຫຼີກຸງຢູ - ảnh 1
ທ່ານ ເລ​ແທງ​ຫາຍ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ໂຮ່​ຈີ​ມິນ ເຂົ້າໄຫວ້​ອາ​ໄລ​ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກາ​ໂປ ຫຼີ​ກຸງ​ຢູ
(ພາບ: Thanh Vũ/TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 23/3, ຄະ​ນະ​ການ​ນຳ​ນະ​ຄອນ ໂຮ່​ຈີ​ມິນ ໂດຍ​ທ່ານ ເລ​ແທງ​ຫາຍ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ໂຮ່​ຈີ​ມິນ, ນຳ​ໜ້າ​ໄດ້ ເຂົ້າໄຫວ້​ອາ​ໄລ​ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກາ​ໂປ ຫຼີ​ກຸງ​ຢູ ຢູ່​ສະ​ຖານ​ກົງ​ສູນ​ໃຫຍ່ ສິ​ງ​ກາ​ໂປ ປະ​ຈຳ ນະ​ຄອນ ໂຮ່​ຈີ​ມິນ. ເມື່ອ​ຈົດ​ໃນ​ປື້ມໄວ້​ອາ​ໄລອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກາ​ໂປ ຫຼີ​ກຸງ​ຢູ, ທ່ານ ເລ​ແທງ​ຫາຍ ເນັ້ນ​ໜັກ​ວ່າ: ໂລກ​ໄດ້​ສູນ​ເສຍການ​ນຳ​ທີ່​ປີ​ຊາ​ສາ​ມາດ, ບຸກ​ຄົນ​ທີ່​ດີ​ເດັ່ນ​ຂອງ ອາ​ຊີ, ປະ​ເທດ ສິງ​ກາ​ໂປ ​ໄດ້​ສູນ​ເສຍການ​ນຳ​ຜູ້​ທີ່​ປິ​ຊາ​ສາ​ມາດ ແລະ ມີ​ວິ​ໄສ​ທັດ​ອັນ​ຍິ່ງ​ໃຫຍ່. ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ ​ນະ​ຄອນ ໂຮ່​ຈີ​ມິນ ​ໄດ້​ສູນ​ເສຍເພື່ອນ​ມິດ​ທີ່​ສະ​ໜິດ​ສະ​ໜົມ, ຜູ້​ທີ່​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ ແລະ ມີ​ຄວາມ​ເອົາ​ໃຈ​ໃສ່​ພິ​ເສດ​ເຖິງ ຫວຽດ​ນາມ ເວົ້າ​ລວມ, ນະ​ຄອນ ໂຮ່​ຈີ​ມິນ ເວົ້າ​ສະ​ເພາະ. ທ່ານ ເລ​ແທງ​ຫາຍ ຢັ້ງ​ຢືນ​ວ່າ: ທ່ານ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກາ​ໂປ ຫຼີ​ກຸງ​ຢູ ເຖິງ​ແກ່​ມໍ​ລະ​ນະ​ກຳ ແມ່ນ​ການ​​ເສຍ​ຫາຍອັນ​ໃຫຍ່ຫຼວງ​ສຳ​ລັບ ໂລກ, ເຊິ່ງ​ແມ່ນ​ການ​ເສຍ​ທີ່ບໍ່​ມີ​ສິ່ງ​ໃດສາ​ມາດ​ທົດ​ແທນ​ໄດ້​ຂອ​ງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ສິງ​ກາ​ໂປ.

        ແລ​ະ​ກໍ່​ໃນ​ວັນ​ດຽວ​ກັນ, ຄະ​ນະ​ການ​ນຳ​ບັນ​ດາ​ພະ​ແນກ, ຂະ​ແໜງ​ການ, ຫົວ​ໜ່ວຍ, ​ສ່ວນບຸກ​ຄົນ​ຂອງ ນະ​ຄອນ ໂຮ່​ຈີ​ມິນ ກໍ່​ຄື​ບັນ​ດາ​ບໍ​ລິ​ສັດ, ​ຊາວ ສິງ​ກາ​ໂປ ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ທີ່ນີ້​ໄດ້​ເຂົ້າ​ ໄຫວ້​ອາ​ໄລ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກາ​ໂປ ຫຼີ​ກຸງ​ຢູ ຢູ່ສະ​ຖານ​ກົງ​ສູນ​ໃຫຍ່ ສິງ​ກາ​ໂປ ປະ​ຈຳ ນະ​ຄອນ ໂຮ່​ຈີ​ມິນ.


ຂ່າວ/ບົດ​ອື່ນ