ການ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຂອງ​ລາວອວຍ​ພອນ 75 ແຫ່ງວັນ​ຊາດ ຫວຽດ​ນາມ

(VOVWORLD) -ຕອນເຊົ້າວັນທີ 1 ກັນຍາ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ - ການລົງທຶນ ລາວ, ປະທານຄະນະກຳມະການຮ່ວມມືລະຫວ່າງ ລາວ - ຫວຽດນາມ, ສອນໄຊ ສີພັນດອນ ພ້ອມກັບການນຳຂອງກະຊວງ, ຂະແໜງການຕ່າງໆຂອງລາວ ໄດ້ໄປຍັງສະຖານທູດຫວຽດນາມ ປະຈຳນະຄອນຫຼວງ ວຽງຈັນ, ເພື່ອອວຍພອນ75 ປີແຫ່ງວັນຊາດ ສສ.ຫວຽດນາມ. 
ການ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຂອງ​ລາວອວຍ​ພອນ 75 ແຫ່ງວັນ​ຊາດ ຫວຽດ​ນາມ - ảnh 1

ທ່ານຮອງນາຍົກລັດຖະມົນຕີດ ລັດຖະມົນຕີກະຊວງແຜນການ, ການລົງທຶນລາວ, ປະທານຄະນະກຳມະການຮ່ວມມືລາວ - ຫວຽດນາມ, ສອນໄຊສີພັນດອນ ໄດ້ມອບຊໍ່ດອກໄມ້ອວຍພອນ 75 ແຫ່ງວັນຊາດຫວຽດນາມ (ພາບ: TTXVN)

ນະທີ່ນີ້, ທ່ານ ສອນໄຊໄດ້ເນັ້ນໜັກເຖິງບັນດາໄຊຊະນະ ແລະ ຜົນງານເຊິ່ງພັກ, ລັດ ແລະ ປະຊາຊົນຫວຽດນາມບັນລຸໄດ້ໃນຕະຫຼອດໄລຍະ 75 ປີທີ່ຜ່ານມາ ແມ່ນຍິ່ງໃຫຍ່ທີ່ສຸດ, ທ່ານກໍ່ຢັ້ງຢືນວ່າ ເຖິງວ່າສະພາບການໂລກມີການຜັນແປຫຼາຍຢ່າງກໍ່ຕາມ ແຕ່ສາຍພົວພັນອັນຍິ່ງໃຫຍ່ລະຫວ່າງ ຫວຽດນາມ - ລາວສືບຕໍ່ການພັດທະນາຢ່າງດີງາມ, ນັບມື້ນັບເຂົ້າສູ່ລວງເລິກ, ມີຄຸນນະພາບ, ທ່ານໃຫ້ເຫັນນຄຳໝັ້ນສັນຍາວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເພີ່ມພູນຄຸນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດນັບມື້ນັບພັດທະນາ, ກາຍເປັນຊັບສົນບັດອັນລ້ຳຄ່າຂອງສອງຊາດ.

ແລະກໍ່ໃນວັນດຽວກັນ, ມີຄະນະຜູ້ແທນຫຼາຍຄະນະໂດຍຕາງໜ້າໃຫ້ແກ່ບັນດາກະຊວງ, ຂະແໜງການຂອງພັກ, ລັດຖະບານລາວ ໄດ້ມາສະຖານທູດຫວຽດນາມເພື່ອອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນຊາດຫວຽດນາມ.  

ຕອບກັບ

ຂ່າວ/ບົດ​ອື່ນ