ການນຳບັນດາປະເທດ MLC ຕີລາຄາສູງບັນດາຜົນງານໃນການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

(VOVWORLD) -ການນຳບັນດາປະເທດສະມາຊິກ MLC ລ້ວນແຕ່ຕີລາຄາສູງບັນດາຜົນງານໃນການຮ່ວມມືທີ່ບັນລຸໄດ້ໃນໄລຍະ 2 ປີຜ່ານມາ, ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢູ່ພາກພື້ນຫຼາຍພໍສົມຄວນ.

ການນຳບັນດາປະເທດ MLC ຕີລາຄາສູງບັນດາຜົນງານໃນການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ - ảnh 1ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ກ່າວຄຳເຫັນທີ່ກອງປະຊຸມ MLC

(ພາບ: TTXVN)

ວັນທີ 25 ສິງຫາ, ສື່ມວນຊົນລາວ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບກອງປະຊຸມທາງອອນລາຍແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (MLC) ຄັ້ງທີ 3. ຕາມສື່ມວນຊົນລາວແລ້ວ, ການນຳບັນດາປະເທດສະມາຊິກ MLC ລ້ວນແຕ່ຕີລາຄາສູງບັນດາຜົນງານໃນການຮ່ວມມືທີ່ບັນລຸໄດ້ໃນໄລຍະ 2 ປີຜ່ານມາ, ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢູ່ພາກພື້ນຫຼາຍພໍສົມຄວນ. ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມລວມຂອງບັນດາປະເທດສະມາຊິກ MLC ໃນການປະຕິບັດໂຄງການພັດທະນາແຫຼ່ງຊັບພະຍາກອນມະນຸດ, ລວມທັງຖັນແຖວພະນັກງານຄຸ້ມຄອງ, ຄຸ້ມຄອງໂຄງການ ແລະ ນັກວາງແຜນນະໂຍບາຍ; ຕີລາຄາສູງເລື່ອງຍົກລະດັບກົນໄກຮ່ວມມືຄຸ້ມຄອງແຫຼ່ງນ້ຳຈາກຂັ້ນເຕັກນິກຂຶ້ນສູ່ລະດັບກະຊວງ, ຢືນຢັນນີ້ແມ່ນສິ່ງທີ່ຈຳເປັນໃຫ້ແກ່ການພັດທະນາແບບຍືນຍົງ.

        ໃນຂະນະນັ້ນ, ສຳນັກຂ່າວສານກຳປູເຈຍ AKP ໄດ້ຄັດຄຳເວົ້າຂອງທ່ານນາຍົກລັດຖະມົນຕີ Hun Sen ທີ່ກອງປະຊຸມ MLC ໂດຍຖືວ່າ, ໃນຈຸດເວລາເສດຖະກິດທົ່ວໂລກພວມຖືກຊຸດໂຊມຄືໃນປະຈຸບັນ, ຕ້ອງຖືເລື່ອງຕ້ອງຮັບປະກັນບັນດາແຫຼ່ງກຳລັງໃນການພັດທະນາໃຫ້ແກ່ເຂດອະນຸພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແມ່ນບັນຫາບຸລິມະສິດ.

ຕອບກັບ

ຂ່າວ/ບົດ​ອື່ນ