ການນຳບັນດາປະເທດ, ພັກການເມືອງແລະເພື່ອນມິດສາກົນສົ່ງສານອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມຫງວຽນຝູຈ້ອງ

(VOVWORLD) -ການນຳບັນດາປະເທດ, ບັນດາພັກການເມືອງ ແລະ ເພື່ອນມິດສາກົນສືບຕໍ່ສົ່ງສານອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເນື່ອງໃນໂອກາດທ່ານສືບຕໍ່ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 13
ການນຳບັນດາປະເທດ, ພັກການເມືອງແລະເພື່ອນມິດສາກົນສົ່ງສານອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມຫງວຽນຝູຈ້ອງ  - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ

ໃນຊຸມມື້ທີ່ຜ່ານມາ, ການນຳບັນດາປະເທດ, ບັນດາພັກການເມືອງ ແລະ ເພື່ອນມິດສາກົນສືບຕໍ່ສົ່ງສານອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເນື່ອງໃນໂອກາດທ່ານສືບຕໍ່ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 13. ໃນນັ້ນມີສານອວຍພອນຂອງປະທານາທິບໍດີ ຝະລັ່ງ Emmanuel Macron; ນາຍົກລັດຖະມົນຕີໄທ Prayut Chan-ocha ; ປະທານາທິບໍດີອີຢິບ Abdel Fattah Al Sisi; ຮອງປະທານພັກ ປະຊາຊົນກຳປູເຈຍ, ປະທານສະພາສູງກຳປູເຈຍ Samdech Say Chchum ; ປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong-Seug; ປະທານພັກແນວໂຮມປົດປ່ອຍ ໂມຊຳບິກ, ປະທານາທິບໍດີ ໂມຊຳບິກ Filipe Nyusi; ປະທານພັກ Nur Otan Kazakhstan Nursultan Nazarbayev ; ປະທານພັກ ກອມມູນິດຍີປຸ່ນ Shii Kazuo; ປະທານພັກປະຊາທິປະໄຕໃຕ້ລັດຖະທຳມະນູນ ຍີປຸ່ນ Edano Yukio ; ເລຂາທີ 1 ຄະນະບໍລິຫານງານສູນກາງພັກກອມມູນິດ ເມກຊິກໂກ Paven Blanco Cabrena ; ເລຂາທີ 1 ຄະນະບໍລິຫານງານສູນກາງພັກກອມມູນິດ ການາດາ Pauline Easton ແລະ ອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ