ການ​ນຳ​ບັນ​ດາ​ປະ​ເທດ ສົ່ງ​ສານອວຍ​ພອນ​ການ​ນຳ​ພັກ, ລັດ, ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ

(VOVWORLD) -    ເນື່ອງໃນໂອກາດທ່ານ ຫງວຽນຝູຈ້ອງ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ, ທ່ານນາງນາຍົກລັດຖະມົນຕີ ນິວເຊີແລນ Jacinda Ardern ໄດ້ສົ່ງສານອວຍພອນ.

ທ່ານປະທານາທິບໍດີບັນດາປະເທດຄື ອິນໂດເນເຊຍ, ສີສັງກາ, ອາແຊັກໄບຢານ, ກຽດກິສະຖານ ແລະ ຜູ້ມີອຳນາດເຕັມແຫ່ງ ນິວຊີແລນ Patsy Reddy ໄດ້ສົ່ງສານອວຍພອນທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ.

        ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ແລະ ທ່ານນາຍົກລັດຖະມົນຕີບັນດາປະເທດ ນິວຊີແລນຍ, ບູຕານ ແລະ ອາແຊັກໄບຢານ ໄດ້ສົ່ງໂທລະເລກ ແລະ ຈົດໝາຍອວຍພອນທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ.

        ທ່ານປະທານສະພາຕ່ຳ ນິວຊີແລນ ແລະ ໂຮນລັງ; ປະທານສະພາຕ່ຳ ລັດເຊຍ; ປະທານສະພາແຫ່ງຊາດ ສ.ເກົາຫຼີ ແລະ ປະທານສະພາແຫ່ງຊາດ ອົດສະຕາລີ ກໍໄດ້ສົ່ງສານອວຍພອນທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້.


ຕອບກັບ

ຂ່າວ/ບົດ​ອື່ນ