ການ​ນຳ​ບັນ​ດາ​ປະ​ເທດ ສົ່ງ​ໂທ​ລະ​ເລກ ແລະ ສານອວຍ​ພອນ​ວັນ​ຊາດ​ຫວຽດ​ນາມ ຄົບ​ຮອບ 76 ປີ

(VOVWORLD) -   ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີ ແຫ່ງວັນຊາດ ຫວຽດນາມ ຄົບຮອບ 76 ປີ (ວັນທີ 2 ກັນຍາ 1945 - ວັນທີ 2 ກັນຍາ 2021), ການນຳບັນດາປະເທດ ອິນເດຍ, ຍີ່ປຸ່ນ, ສ.ເກົາຫຼີ, ອາເມລິກາ, ອົດສະຕາລີ, ເຢຍລະມັນ, ອີຕາລີ, ການາດາ, ຣູມານີ, ແບນຊິກ, ອານເຊຣີ, ອີຢິບ, ອາຣັບບີ ຊະອຸດິ, ບັງກະລາເທດ, ແກນຢາ, ມາລາວີ, ມົງກົນ, ໂອມານ, ປາກິດສະຖານ, ປາແລັດສະຕິນ, ຕວັກກີ, ສີລັງກາ, ແຟງລັງ, ບຸນກາຣີ, ຢູແກຼນ, ກາຊັກສະຖານ ແລະ ເລຂາທິການໃຫຍ່ອົງການ ຝລັ່ງ ໂກໂຟນີ ກໍໄດ້ສົ່ງໂທລະເລກ ແລະ ສານອວຍພອນມາຍັງການນຳພັກ, ລັດ ຫວຽດນາມ.
ການ​ນຳ​ບັນ​ດາ​ປະ​ເທດ ສົ່ງ​ໂທ​ລະ​ເລກ ແລະ ສານອວຍ​ພອນ​ວັນ​ຊາດ​ຫວຽດ​ນາມ ຄົບ​ຮອບ 76 ປີ - ảnh 1ພິທີຊັກທຸງ ຢູ່ສະໜາມຫຼວງ ບາດິ່ງ ໃນວັນຊາດ ຫວຽດນາມ (ພາບປະກອບ: VOV)

  ໃນສານທີ່ສົ່ງມາຍັງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ທ່ານປະທານາທິບໍດີ ອິນເດຍ, Ram Nath Kovin ປາດຖະໜາຢາກປັບປຸງສາຍພົວພັນມິດຕະພາບກັບ ຫວຽດນາມ ໃຫ້ຫຼາຍກວ່າອີກ. ທ່ານປະທານາທິບໍດີ Ram Nath Kovind  ກໍເນັ້ນໜັກວ່າ ຫວຽດນາມ ແລະ ອິນເດຍ ໄດ້ມີການຮ່ວມມືຢ່າງແໜ້ນແຟ້ນ, ຊ່ວຍເຫຼືອເຊິ່ງກັນແລະກັນໃນໄລຍະເກີດໂລກລະບາດ ໂຄວິດ - 19 ແລະ ສະແດງຄວາມເຊື່ອໝັ້ນວ່າ ສອງປະເທດ ຈະພ້ອມກັນຜ່ານຜ່າສິ່ງທ້າທາຍໃຫຍ່ຫຼວງນີ້.

        ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ສົ່ງສານອວຍພອນມາຍັງທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ປະຊາຊົນ ຫວຽດນາມ. ໃນສານ, ທ່ານ Joe Biden ໄດ້ສະແດງຄວາມພາກພູມໃຈທີ່ສອງປະເທດໄດ້ບັນລຸໄດ້ບາດກ້າວເດີນຫຼາຍພໍສົມຄວນໃນການສ້າງສາຍພົວພັນຄູ່ຮ່ວມມືເພື່ອສັນຕິພາບ, ວັດທະນາຖາວອນ, ຄວາມໝັ້ນຄົງ ຂອງພາກພື້ນ; ພ້ອມທັງຢັ້ງຢືນວ່າ ອາເມລິກາ ຈະຮຽງບ່າຮຽງໄຫຼ່ພ້ອມກັບ ຫວຽດນາມ ໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ນີ້.


ຕອບກັບ

ຂ່າວ/ບົດ​ອື່ນ