ການນຳບັນດາປະເທດ ແລະ ອົງການຈັດຕັ້ງສາກົນສົ່ງໂທລະເລກ, ຈົດໝາຍອວຍພອນວັນຊາດ ຫວຽດນາມ ຄົບຮອບ 77 ປີ

(VOVWORLD) - ທ່ານ Nicolas Maduro Moros, ປະທານາທິບໍດີ Venuzuela ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ; ປາດຖະຫນາ ມານະພະຍາຍາມຍູ້ແຮງການຮ່ວມມືໃນທຸກຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ
ການນຳບັນດາປະເທດ ແລະ ອົງການຈັດຕັ້ງສາກົນສົ່ງໂທລະເລກ, ຈົດໝາຍອວຍພອນວັນຊາດ ຫວຽດນາມ ຄົບຮອບ 77 ປີ - ảnh 1ພິທີຊັກທຸງເນື່ອງໃນໂອກາດວັນຊາດ 2 ກັນຍາ (ພາບ:Minh Đức/TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນຊາດ ຫວຽດນາມ (2/9/1945 – 2/9/2022), ການນຳບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ໄດ້ສົ່ງໂທລະເລກ ແລະ ຈົດໝາຍອວຍພອນເຖິງການນຳ ຫວຽດນາມ.

        ທ່ານ Nicolas Maduro Moros, ປະທານາທິບໍດີ Venuzuela ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ; ປາດຖະຫນາ ມານະພະຍາຍາມຍູ້ແຮງການຮ່ວມມືໃນທຸກຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ນຳມາເຊິ່ງຜົນປະໂຫຍດ ແລະ ຄວາມວັດທະນາຖາວອນໃຫ້ແກ່ປະຊາຊົນສອງປະເທດ.

        ເມື່ອສົ່ງໂທລະເລກອວຍພອນເຖິງທ່ານ ປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ, ທ່ານ Matamela Cyril Ramaphosa, ປະທານາທິບໍດີ ອາບຟຣີກາໃຕ້ ປາດຖະໜາຢາກເພີ່ມທະວີ ແລະ ປັບປຸງການພົວພັນມິດຕະພາບອັນດີງາມລະຫວ່າງສອງປະເທດ ກ່ວາອີກ.

        ທ່ານປະທານາທິບໍດີ ອີຢິບ Abdel Fattah Al Sisi, ສົ່ງໂທລະເລກອວຍພອນທ່ານປະທານປະເທດ ຫງວຽນຊວນຟຸກ.  ທ່ານນາຍົກລັດຖະມົນຕີ ອານເຊຣີ Aymen Benabderrahmane ໄດ້ຝາກຈົດໝາຍອວຍພອນເຖິງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.

        ເຈົ້າຊີວິດ ອາຣັບບິ ຊະອຸດິ, ປະທານາທິບໍດີ ອີຣານ, ຜູ້ອຳນວຍການໃຫຍ່ ອົງການ FAO ກໍ່ໄດ້ສົ່ງໂທລະເລກອວຍພອນການນຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 77 ປີເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ