ການນຳບັນດາປະເທດEurozoneຍັງບໍ່ທັນເປັນເອກະພາບດ້ານທັດສະນະກ່ຽວກັບບັນຫາເກຼັກ

ການນຳບັນດາປະເທດEurozoneຍັງບໍ່ທັນເປັນເອກະພາບດ້ານທັດສະນະກ່ຽວກັບບັນຫາເກຼັກ - ảnh 1
(ພາບປະກອບ)

​​(vovworld) - ຕອນ​ຄໍ່າ​ວັນ​ທີ 12/07 (ຕາມ​ເວລາ​ຫວຽດນາມ), ການ​ນຳ​ຂອງ 19 ປະ​ເທດ ສັງ​​ກັດ​ເຂດ​ນຳ​ໃຊ້​ສະ​ກຸນ​ເງິນ​ລວມ​ເອີ​ລົບ (Eurozone) ​ໄດ້​ຈັດ​ກອງ​ປະຊຸມ​ຢູ່​ບຮຸກ​ແຊນ, ປະ​ເທດ​​ແບນ​ຊິກ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ເລື່ອງ ອາດ​ສາມາດ​ກູ້​ຊ່ວຍ​ເກຼັກ ຫຼຸດ​ພົ້ນ​ອອກ​ຈາກ​ວິ​ກິດ​ການ​ໜີ້​ສິນ​ຄື​ປະຈຸ​ບັນຫຼືບໍ່ ຫຼືວ່າ​ໃຫ້​ປະ​ເທດ​ນີ້​ອອກ​ຈາກ Eurozone. ນີ້​ແມ່ນ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ 3 ຂອງ Eurozone ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ເກຼັກ ​ໃນ​ 2 ອາທິດ​ຜ່ານ​ມາ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວກ່ອນ​ຈັດ​ກອງ​ປະຊຸມ, ທ່ານ​ນາງ​ນາຍົກລັດຖະມົນຕີ​ເຢຍລະ​ມັນ Angela Mekel ຖະ​ແຫຼ​ງວ່າ ຈະ​ບໍ່​ຍອມຮັບ​ດ້ວຍ​​ທຸກ​ສິ່ງ​ທຸກ​ຢ່າງ ​ເພື່ອ​ບັນລຸ​ໄດ້​ຂໍ້​ຕົກລົງ​ກັບ​ເກຼັກ. ຄຳຖະ​ແຫຼ​ງດັ່ງກ່າວ​ຂອງ​ການ​ນຳ​ເຢຍລະ​ມັນ ​ໄດ້​​ເຮັດ​ໃຫ້ການ​ເຈລະຈາ​ຄັ້ງ​ນີ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍກວ່າ.

        ກ່ອນ​ໜ້າ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ​ເກຼັກ Alexis Tsipras ຖະ​ແຫຼ​ງວ່າ, ທ່ານ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ນີ້​ດ້ວຍ​ເຈດ​ຕະນາ​​ດີ​ທ້ວງ​ມີ​ການປະ​ນິປະນອມ. ທ່ານ​ຖະ​ແຫຼງວ່າ, ອາດ​ບັນລຸ​ໄດ້ຂໍ້​ຕົກລົງ​ໃນ​ຄໍ່າ​ຄືນ​ວັນ​ທີ 12/07, ຖ້າ​ຫາກ​ທຸກ​ຝ່າຍລ້ວນ​ແຕ່ມີ​ຄວາມ​ຫວັງ​ຢາກ​ໄດ້.
ຂ່າວ/ບົດ​ອື່ນ