ການ​ນຳ​ບັນ​ດາ​ປະ​ເທດ​ສົ່ງ​ຈົດ​ໝາຍ, ໂທ​ລະ​ເລກ​ອວຍ​ພອນ​​ເຖິງການ​ນຳ ຫວຽດ​ນາມ

(VOVWORLD) -   ເນື່ອງໃນໂອກາດສະພາແຫ່ງຊາດ ຫວຽດນາມ ເລືອກຕັ້ງ ແລະ ໃຫ້ສັດຕະຍາບັນແຕ່ງຕັ້ງບັນດາຕຳແໜ່ງການນຳລັດ ແລະ ສະພາແຫ່ງຊາດ, ການນຳບັນດາປະເທດ ໄດ້ສົ່ງຈົດໝາຍ ແລະ ໂທລະເລກອວຍພອນ.
ການ​ນຳ​ບັນ​ດາ​ປະ​ເທດ​ສົ່ງ​ຈົດ​ໝາຍ, ໂທ​ລະ​ເລກ​ອວຍ​ພອນ​​ເຖິງການ​ນຳ ຫວຽດ​ນາມ - ảnh 1ການນຳລັດ, ລັດຖະບານ, ສະພາແຫ່ງຊາດ, ລັດຖະມົນຕີ ແລະ ສະມາຊິກລັດຖະບານຈຳນວນໜຶ່ງທີ່ຫາກໍໄດ້ຮັບການໃຫ້ສັດຕະຍາບັນຈາກສະພາແຫ່ງຊາດ ຫວຽດນາມ (ພາບ:TTXVN)

   ຈົດໝາຍ, ໂທລະເລກອວຍພອນ ທ່ານປະທານປະເທດ ຫງວຽນຊວັນຟຸກ ລວມມີ: ພະບາດສົມເດັດພະເຈົ້າມະຫາຊີວິດ ບຣູໄນ Darussalam Haji Hassanal Bolkiah; ລາຊິນີ ສະຫະພັນ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ Elizabeth II; ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae In; ທ່ານປະທານາທິບໍດີ ບັງກະລາເທດ Abdul Hamid; ທ່ານປະທານາທິບໍດີ ເນປານ Bidya Devi Bhandari.

        ຈົດໝາຍ, ໂທລະເລກອວຍພອນ ທ່ານນາຍົກລັດຖະມົນຕີ  ຟ້າມມິງຈິ໊ງ ລວມມີ ພະບາດສົມເດັດພະເຈົ້າມະຫາຊີວິດ ບຣູໄນ Darussalam Haji Hassanal Bolkiah; ທ່ານນາຍົກລັດຖະມົນຕີ ສາທາລະນະລັດ ອີຕາລີ Mario Draghi; ທ່ານນາຍົກລັດຖະມົນຕີ ບັງກະລາເທດ Sheikh Hasina; ທ່ານນາຍົກລັດຖະມົນຕີ ເນປານ K.P. Sharma Oil.

        ທ່ານປະທານສະພາຕ່ຳ ສາທາລະນະລັດ ກາຊັກສະຖານ Nurlan Nigmatulin ກໍໄດ້ສົ່ງໂທລະເລກອວຍພອນທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້.        ເນື່ອງໃນໂອກາດທ່ານ ບຸ່ຍແທັງເຊີນ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ວັນທີ 8 ເມສາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ  Prak Sokhon ກໍໄດ້ສົ່ງຈົດໝາຍອວຍພອນເຊັ່ນດຽວກັນ. 

ຕອບກັບ

ຂ່າວ/ບົດ​ອື່ນ