ການ​ນຳ​ບັນ​ດາ​ປະ​ເທດ​ສົ່ງ​ໂທ​ລະ​ເລກ, ຈົດ​ໝາຍ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ໄປ​ຍັງ​ການ​ນຳ ຫວຽດ​ນາມ ກ່ຽວ​ກັບ​ເຫດ​ໄຟ​ໄໝ້ ຢູ​່​ບ​້ານ​ເຄືອງ​ດິ່ງ, ເມືອງ ແທັງ​ຊວັນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ສປປ.ລາວ ສອນໄຊ ສີພັນດອນ ໄດ້ສົ່ງຈົດໝາຍສະແດງຄວາມເສົ້າສະຫຼົດໃຈໄປຍັງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.
ການ​ນຳ​ບັນ​ດາ​ປະ​ເທດ​ສົ່ງ​ໂທ​ລະ​ເລກ, ຈົດ​ໝາຍ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ໄປ​ຍັງ​ການ​ນຳ ຫວຽດ​ນາມ ກ່ຽວ​ກັບ​ເຫດ​ໄຟ​ໄໝ້ ຢູ​່​ບ​້ານ​ເຄືອງ​ດິ່ງ, ເມືອງ ແທັງ​ຊວັນ - ảnh 1ສະຖານທີ່ເກີດເຫດ (ພາບ: VOV)

ໂດຍໄດ້ຮັບຂ່າວກ່ຽວກັບເຫດໄຟໄໝ້ຢູ່ບ້ານເຄືອງດິ່ງ, ເມືອງແທັງຊວັນ ຮ່າໂນ້ຍ ໃນຕອນຄ່ຳວັນທີ 12 ກັນຍາ ໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງນັບທັງທາງດ້ານຊີວິດອິນຊີ ແລະ ຊັບສິນ, ການນຳບັນດາປະເທດ ຄື ສປປ.ລາວ, ສ.Bolivar Venezuela, ສ. ກາຊັກສະຖານ  ໄດ້ສົ່ງໂທລະເລກ, ຈົດໝາຍສະແດງຄວາມເສົ້າສະຫຼົດໃຈໄປຍັງ ການນຳຫວຽດນາມ.

ທ່ານນາຍົກລັດຖະມົນຕີ ສປປ.ລາວ ສອນໄຊ ສີພັນດອນ ໄດ້ສົ່ງຈົດໝາຍສະແດງຄວາມເສົ້າສະຫຼົດໃຈໄປຍັງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ. ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ລາວ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳຂອງລັດຖະບານ, ບັນດາຂະແໜງການ ແລະ ອຳນາດການປົກຄອງນະຄອນຫຼວງຮ່າໂນ້ຍ, ປະຊາຊົນ ແລະ ບັນດາຄອບຄົວປະສົບເຄາະຮ້າຍຈະຜ່ານຜ່າຄວາມຫຍຸ້ງຍາກ, ກັບຄືນສູ່ຊີວິດທີ່ເປັນປົກກະຕິໂດຍໄວ. ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ເນັ້ນໜັກວ່າ ລັດຖະບານ ແລະ ປະຊາຊົນ ລາວ ຍາມໃດກໍ່ຮ່ວມເດີນທາງກັບ ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງໃນຊ່ວງເວລາປະສົບກັບຄວາມຫຍຸ້ງຍາກ ແລະ ຍົກສູງມູນເຊື້ອການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ