ການນຳບັນດາປະເທດສົ່ງໂທລະເລກ, ຈົດໝາຍອວຍພອນປະທານປະເທດ, ປະທານສະພາແຫ່ງຊາດ ຫວຽດນາມ

(VOVWORLD) - ທ່ານປະທານ ສ ກູບາ Miguel Diaz Canel ອວຍພອນທ່ານປະທານປະເທດ ໂຕເລີມ ບັນລຸຜົນສຳເລັດໃນໜ້າທີ່ໃໝ່ຂອງຕົນ; ສະແດງຄວາມຫວັງສືບຕໍ່ເຮັດໃຫ້ການພົວພັນດີງາມລະຫວ່າງສອງປະເທດໃນທຸກຂົງເຂດເລິກເຊິ່ງຂຶ້ນຕື່ມ.
ການນຳບັນດາປະເທດສົ່ງໂທລະເລກ, ຈົດໝາຍອວຍພອນປະທານປະເທດ, ປະທານສະພາແຫ່ງຊາດ ຫວຽດນາມ - ảnh 1ພິທີສາບານຕົວເຂົ້າດຳລົງຕຳແໜ່ງຂອງທ່ານປະທານປະເທດ ຫວຽດນາມ ໂຕເລີມ

ເນື່ອງໃນໂອກາດທ່ານ ໂຕເລີມ ໄດ້ຮັບເລືອກຕັ້ງເປັນປະທານປະເທດ ສສ ຫວຽດນາມ, ສະພາແຫ່ງຊາດຊຸດທີ XV ການນຳຫຼາຍປະເທດ: ກູບາ, ໄທ, ສປປ ເກົາຫຼີ, ເວນີຊູເອລາ, ກະຢັກສະຖານ, ກາຕາ, ນີກາຣາກວາ ໄດ້ສົ່ງໂທລະເລກ, ຈົດໝາຍ ແລະ ສານຊົມເຊີຍ.

          ທ່ານປະທານ ສ ກູບາ Miguel Diaz Canel ອວຍພອນທ່ານປະທານປະເທດ ໂຕເລີມ ບັນລຸຜົນສຳເລັດໃນໜ້າທີ່ໃໝ່ຂອງຕົນ; ສະແດງຄວາມຫວັງສືບຕໍ່ເຮັດໃຫ້ການພົວພັນດີງາມລະຫວ່າງສອງປະເທດໃນທຸກຂົງເຂດເລິກເຊິ່ງຂຶ້ນຕື່ມ.

        ສ່ວນທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ໄທ ເສດຖາ ທະວິສິນ ອວຍພອນໃຫ້ທ່ານປະທານປະເທດ ໂຕເລີມ ພ້ອມທັງຢັ້ງຢືນວ່າ ຫວຽດນາມ ແລະ ໄທ ຈະແມ່ນເພື່ອນມິດສະໜິດສະໜົມ ແລະ ຄູ່ຮ່ວມມືສຳຄັນຂອງກັນ.

        ທ່ານປະທານ ສປປ ເກົາຫຼີ Kim Jong Un ຢັ້ງຢືນວ່າ: ເລື່ອງທ່ານ ໂຕເລີມ ຮັບຜິດຊອບຕຳແໜ່ງປະທານປະເທດ ສະແດງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມມຸ່ງຫວັງຂອງພັກ ແລະ ປະຊາຊົນ ຫວຽດນາມ…

        ໃນຂະນະນັ້ນ, ທ່ານປະທານາທິບໍດີ ສ ອີຕາລີ ແລະ ປະທານສະພາສູງ ອີຕາລີ ໄດ້ສົ່ງຈົດໝາຍມາຍັງທ່ານປະທານປະເທດ ຫວຽດນາມ ໂຕເລີມ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ…

ຕອບກັບ

ຂ່າວ/ບົດ​ອື່ນ