ການນຳບັນດາປະເທດສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ການ​ເຖິງ​ແກ່​ມໍ​ລະ​ນະ​ກຳຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ

(VOVWORLD) - ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ສປປ ລາວ ແລະ ຄະນະກຳມະການສູນກາງແນວລາວສ້າງຊາດ ກໍ່ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ສສ ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ.

ໃນໂທລະເລກສົ່ງເຖິງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ຄອບຄົວທ່ານປະທານປະເທດ ເຈິ່ນດ້າຍກວາງ ໃນວັນທີ 21 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ຢັ້ງຢືນວ່າ: ທ່ານປະທານປະເທດ ເຈິ່ນດ້າຍກວາງ ແມ່ນເພື່ອນມິດສະໜິດສະໜົມຂອງປະຊາຊົນຈີນ, ມີການເພີ່ມພູນຄູນສ້າງໃນການສືບທອດ ແລະ ພັດທະນາການພົວພັນມິດຕະພາບ ຫວຽດນາມ - ຈີນ, ຕັ້ງໜ້າຊຸກຍູ້ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ.

        ວັນທີ 21 ກັນຍາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ກໍ່ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງປະຊາຊົນ ຫວຽດນາມ, ຄອບຄົວ ແລະ ເພື່ອນມິດຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ. ທ່ານປະທານາທິບໍດີ Putin ໄດ້ຍ້ອງຍໍການປະກອບສ່ວນຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ໃນການເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານກັບລັດເຊຍ, ກໍ່ຄືການຮ່ວມມືສອງຝ່າຍທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃນຫຼາຍຂົງເຂດ.

        ແລະກໍ່ໃນວັນທີ 21 ກັນຍາ, ຫ້ອງການສື່ມວນຊົນຂອງທຳນຽບຂາວໄດ້ປະກາດຖະແຫຼງການຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ກ່ຽວກັບການຈາກໄປຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ, ໃນນັ້ນທ່ານປະທານາທິບໍດີ Donald Trump ໄດ້ຕາງໜ້າໃຫ້ປະຊາຊົນ ອາເມລິກາ ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງຄອບຄົວ, ຍາດຕິພີ່ນ້ອງຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ແລະ ປະຊາຊົນ ຫວຽດນາມ.

        ແລະກໍ່ໃນວັນດຽວກັນ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ສປປ ລາວ ແລະ ຄະນະກຳມະການສູນກາງແນວລາວສ້າງຊາດ ກໍ່ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ສສ ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ.

        ວັນທີ 21 ກັນຍາ, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ທ່ານປະທານາທິບໍດີ ສ ເກົາຫຼີ Moon Jae - in ກໍ່ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງເຖິງປະຊາຊົນ ຫວຽດນາມ ຕໍ່ການຈາກໄປຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ.

        ລັດຖະບານບັນດາປະເທດພາກພື້ນ ອາເມລິກາ ລາຕິນ ຄື: ອາກຊັງຕິນ, ເວເນຊູເອລາ, ເມັກຊິກໂກ, ບຣາຊິນ ກໍ່ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງລັດຖະບານ ແລະ ປະຊາຊົນ ຫວຽດນາມ ເຊັ່ນດຽວກັນ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ