ການນຳບັນດາປະເທດສືບຕໍ່ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ປະທານສະຫະພັນສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ, ເລຂາທິການໃຫຍ່ພັກປະຊາທິປະໄຕເສລີກຳອຳນາດ Toshihiro Nikai...

ໂດຍໄດ້ຮັບຂ່າວວ່າທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ເຖິງແກ່ມໍລະນະກຳ, ການນຳບັນດາປະເທດໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງການນຳພັກ, ລັດ, ລັດຖະບານ, ປະຊາຊົນ ຫວຽດນາມ ແລະ ຄອບຄົວທ່ານປະທານປະເທດ ເຈິ່ນດ້າຍກວາງ: ກະສັດ ບຣູໄນ Haji Hassanal Bolkiah; ທ່ານປະທານາທິບໍດີ ຟີລິບປິນ Rodrigo Duterte; ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ, ເລຂາທິການໃຫຍ່ພັກການເຄື່ອນໄຫວເພື່ອປະຊາຊົນສິງກະໂປ; ທ່ານປະທານາທິບໍດີ ສິງກະໂປ Halimah Yacob; ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ; ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ປະທານສະຫະພັນສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ, ເລຂາທິການໃຫຍ່ພັກປະຊາທິປະໄຕເສລີກຳອຳນາດ Toshihiro Nikai; ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi; ທ່ານປະທານາທິບໍດີ ເວຊູເອລາ Nicolas Maduro Moros; ທ່ານນາຍົກລັດຖະມົນຕີ ບັງກະລາເທດ Sheikh Hasina, ທ່ານປະທານາທິບໍດີ ບັງກະລາເທດ Md. Abdul Hamid, ທ່ານປະທານາທິບໍດີ ບຣາຊິນ Michel Temer; ທ່ານປະທານາທິບໍດີ ມົງໂກນ Khaltmaa Battulga; ທ່ານປະທານາທິບໍດີ ໂມຊຳບິກ Filipe Jacinto Nyusi; ກະສັດ ມາຣົກ Mohammed VI; ກະສັດ ກາຕາ Tamim bin Hamad Al Thani; ທ່ານປະທານາທິບໍດີສະຫະລັດອາຣັບເອມີເນັດ (UAE) Khalifa bin Zayed Al Nahyan…

        ສານສະບັບຕ່າງໆລ້ວນແຕ່ສະແດງຄວາມໂສກເສົ້າເສຍດາຍຕໍ່ການຈາກໄປຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ; ຕີລາຄາສູງບັນດາການອຸທິດສ່ວນອັນໃຫຍ່ຫຼວງຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ຕໍ່ພາລະກິດແຫ່ງການພັດທະນາຂອງ ຫວຽດນາມ, ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ນັບມື້ນັບສູງຂຶ້ນໃນພາກພື້ນ ແລະ ຢູ່ໃນໂລກ.

        ວັນທີ 24 ກັນຍາ, ໃນພິທີໄຂກອງປະຊຸມປະຈຳປີຄັ້ງທີ 58 ຂອງສະມັດຊາໃຫຍ່ບັນດາປະເທດສະມາຊິກອົງການຊັບສິນທາງປັນຍາໂລກ (WIPO) ຢູ່ເຊີແນວ (ປະເທດສະວິດ), ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ WIPO ໄດ້ສະຫຼະເວລາ 1 ນາທີກົ້ມຫົວໄວ້ອາໄລເຖິງດວງວິນຍານຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ. ໂດຍຕາງໜ້າໃຫ້ແກ່ກອງປະຊຸມສະມັດຊາໃຫຍ່ WIPO, ທ່ານຜູ້ອຳນວຍການໃຫຍ່ Francis Gurry ກໍ່ໄດ້ຝາກຄຳແບ່ງເບົາຄວາມເສົ້າສະຫຼົດໃຈເຖິງຄອບຄົວ, ຍາດຕິພີ່ນ້ອງຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ.

        ໂດຍຕາງໜ້າໃຫ້ແກ່ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ເຢືອງຈີ໋ຢຸ້ງ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ເຊີແນວ, ພ້ອມທັງເປັນປະທານສະມັດຊາໃຫຍ່ WIPO ອາຍຸການ 2018 – 2019, ກໍ່ສະແດງຄວາມຂອບໃຈຕໍ່ການແບ່ງເບົາຄວາມເສົ້າສະຫຼົດໃຈຂອງທ່ານຜູ້ອຳນວຍການ Gurry ແລະ ສະມາຊິກທີ່ເຂົ້າຮ່ວມກອງປະຊຸມທັງໝົດ. ທ່ານເອກອັກຄະລັດຖະທູດ ເຢຶອງຈີ໋ຢຸ້ງ ເນັ້ນໜັກວ່າ ນີ້ແມ່ນການສູນເສຍອັນໃຫຍ່ຫຼວງຂອງປະເທດຊາດ ແລະ ປະຊາຊົນ ຫວຽດນາມ, ກໍ່ຄືບັນດາເພື່ອນມິດຂອງປະຊາຊົນ ຫວຽດນາມ ໃນທົ່ວໂລກ.

        ໃນບົດກ່າວປາໄສທີ່ວາລະປຶກສາຫາລືຮ່ວມຂອງກອງປະຊຸມ, ບັນດາຄະນະເຂົ້າຮ່ວມກອງປະຊຸມກໍ່ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງມາຍັງລັດຖະບານ ແລະ ປະຊາຊົນ ຫວຽດນາມ ຕໍ່ການຈາກໄປຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ