ການນຳບັນດາປະເທດສະມາຊິກTPPໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມປະຕິບັດສັນຍາ

ການນຳບັນດາປະເທດສະມາຊິກTPPໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມປະຕິບັດສັນຍາ - ảnh 1
ບັນດາ​ການ​ນຳ​ຂອງ 12 ປະ​ເທດ​ເປັນ​ສະມາຊິກ
​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP)
(ພາບ: Reuters)

(vovworld) - ວັນ​ທີ 19/11 ບັນດາ​ການ​ນຳ​ຂອງ 12 ປະ​ເທດ​ເປັນ​ສະມາຊິກ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ​​ເຫັນ​ດີ​ເປັນ​ເອກະສັນ​ຊຸກຍູ້​ບັນ​ດາ​ຄວາມ​ມານະ​ພະຍາຍາມ​ປະຕິບັດ​ຂໍ້​ຕົກລົງ​ການ​ຄ້າ​ເສລີ​ນີ້, ​ໃນ​ສະພາ​ວະ ປະທານາທິບໍ​ດີ ອາ​ເມ​ລິ​ກາ ຜູ້​ຊະນະ​ໃນ​ການ​​ເລືອກ​ຄັ້ງ Donald Trump ຄັດຄ້ານສັນ​ຍາ​ດັ່ງກ່າວ. ​ໃນ​ການ​ພົບ​ປະ​ຢູ່​ນະຄອນຫລວງ Lima ປະ​ເທດ ເປ​ຣູ ຢູ່​ນອກ​ກອງ​ປະຊຸມ​ຂັ້ນ​ສູງ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາຊີ - ປາຊີ​ຟິກ (APEC), ບັນດາ​ການ​ນຳ​ຂອງ 12 ປະ​ເທດ​ເປັນ​ສະມາຊິກ TPP ຢືນຢັນ​ຄືນ​ໃໝ່ ຈະຊຸກຍູ້​ລະບຽບ​ການ​ພາຍ​ໃນ​ປະ​ເທດຄື: ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ໃຫ້​ສັດຕະຍາບັນ ​ເພື່ອ​​ໃຫ້​ສັນ​ຍາ​ມີ​ຜົນ​ສັກສິດ. ບັນດາ​ການ​ນຳ​ໄດ້​ເນັ້ນ​ໜັກ​ເຖິງຄວາມ​ສຳຄັນ​ຂອງ​ສັນຍານັບ​ທັງດ້ານ​ເສດຖະກິດ ​ແລະ ​ຍຸດ​ທະ​ສາດ​​ໃນ​ການ​ຮັບປະກັນ​ຄວາມ​ສະຖຽນ​ລະ​ພາບ, ວັດທະນາ​ຖາວອນ​ຂອງ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ