ການ​ນຳ​ບັນ​ດາ​ປະ​ເທດອວຍ​ພອນ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຍິງ​ຄົນ​ທິດ​ຂອງ ຂອງ​ເມັກ​ຊີ​ໂກ

(VOVWORLD) - ດ້ວຍ 58,8% ບັດສະໜັບສະໜູນໃນຈຳນວນ 82% ຈຳນວນບັດໄດ້ຮັບນັບ, ທ່ານນາງ Claudia Sheinbaum ອາຍຸ 61 ປີ, ອະດີດເຈົ້າຄອງ Mexico City ໄດ້ກາຍເປັນປະທານາທິບໍດີຍິງຄົນທຳອິດ ໃນປະຫວັດສາດຂອງ ເມັກຊີໂກ. 
ການ​ນຳ​ບັນ​ດາ​ປະ​ເທດອວຍ​ພອນ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຍິງ​ຄົນ​ທິດ​ຂອງ ຂອງ​ເມັກ​ຊີ​ໂກ - ảnh 1 ທ່ານນາງ Claudia Sheinbaum ປະທານາທິບໍດີຍິງຄົນທຳອິດ ເມັກຊີໂກ (ພາບ: Raquel Cunha/Reuters)

ວັນທີ 3 ມິຖຸນາ, ມີການນຳຫຼາຍທ່ານໃນໂລກ ໄດ້ສົ່ງຄຳອວຍພອນໄປຍັງທ່ານນາງ. ທ່ານປະທານາທິບໍດີ ອາເມລິກາ Joe Biden ໃຫ້ຮູ້ວ່າ ທ່ານມີຄວາມປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນ ກັບ ທ່ານນາງປະທານາທິບໍດີຄົນໃໝ່ Claudia Sheinbaum ບົນຈິດໃຈຄູ່ຮ່ວມມື ແລະ ມິດຕະພາບ. ທ່ານປະທານາທິບໍດີ ບຣາຊິນ Luiz Iganio Lula da Silva ຖືວ່າ ໄຊຊະນະຂອງທ່ານນາງ Sheinbaum ແມ່ນໄຊຊະນະໃຫ້ແກ່ປະຊາທິປະໄຕ, ພ້ອມທັງໃຫ້ຮູ້ວ່າ ທ່ານມີແຜນການຈະໄປຢ້ຽມຢາມ ເມັກຊີໂກໃນປີນີ້, ເພື່ອແນໃສ່ເພີ່ມທະວີການພົວພັນທາງການຄ້າສອງຝ່າຍ. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ປາດຖະໜາຈະສົມທົບຢ່າງແໜ້ນແຟ້ນກັບ ປະທານາທິບໍເມັກຊີໂກຄົນໃໝ່ ເພື່ອແນໃສ່ເພີ່ມທະວີການພົວພັນລະຫວ່າງສອງປະເທດ ແລະ ການຮ່ວມມືໃນບາງຂົງເຂດຄື: ການປ່ຽນແປງຂອງດິນຟ້າອາກາດ, ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ແລະ ຊຸກຍູ້ ຄວາມສະເໝີພາບລະຫວ່າງຍິງຊາຍ.

ຕອບກັບ

ຂ່າວ/ບົດ​ອື່ນ