ການນຳບັນດາປະເທດອວຍພອນວັນຊາດ ຫວຽດນາມ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 72 ປີ (2/9/1945 – 2/9/2017), ບັນດານການນຳພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ໄດ້ຮັບສານອວຍພອນຈາກບັນດາການນຳປະເທດຕ່າງໆ.
ການນຳບັນດາປະເທດອວຍພອນວັນຊາດ ຫວຽດນາມ - ảnh 1 (ພາບປະກອບ)

ທ່ານປະທານາທິບໍດີ ສາທາລະນະລັດ ສະຫະພັນ ມຽນມາ Htin Kyaw, ທ່ານນາງທີ່ປຶກສາແຫ່ງລັດ ມຽນມາ Aung San Suu Kyi, ທ່ານຮອງປະທານາທິບໍດີ ມຽນມາ Mynint Swe ໄດ້ສົ່ງສານອວຍພອນເຖິງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ. ບັນດາການນຳ ມຽນມາ ລ້ວນແຕ່ສະແດງຄວາມປິຕິຊົມຊື່ນ ເມື່ອ 2 ປະເທດນຳການພົວພັນ 2 ຝ່າຍຂຶ້ນສູ່ການພົວພັນຄູ່ຮ່ວມມຮອບດ້ານ, ກຳນົດບັນດາມາດຕະການປັບປຸງການພົວພັນ ແລະ ເປີດກ້ວາງການຮ່ວມມືລະຫວ່າງ 2 ປະເທດກ່ວາອີກ.

        ທ່ານປະທານາທິບໍດີ ອິນເດຍ Nath Kovind, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ສົ່ງສານອວຍພອນເຖິງທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ໃນບັນດາສານອວຍພອນ, ບັນດາການນຳ ອິນເດຍ ຢັ້ງຢືນຖືເປັນສຳຄັນການພົວພັນມິດຕະພາບຢ່າງສະໜິດສະໜົມ, ຍາວນານ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ; ສະແດງຄວາມເຊື່ອໝັ້ນວ່າ ການພົວພັນ 2 ປະເທດຈະນັບມື້ນັບແໜ້ນແຟ້ນ ແລະ ໄດ້ຮັບການປັບປຸງກ່ວາອີກ.

        ທ່ານປະທານາທິບໍດີ ອາເມລິກາ Donalf Trump ສົ່ງສານອວຍພອນເຖິງທ່ານປະທານປະເທດ ເຈີ່ນດ້າຍກວາງ. ເນືື້ອໃນສານອວຍພອນຂອງທ່ານປະທານາທິບໍດີ ອາເມລິກາ Donalf Trump ມີຕອນຂຽນວ່າ: “ຂ້າພະເຈົ້າມີຄວາມຫວັງຢາກໄດ້ເຮັດວຽກນຳທ່ານ ແນໃສ່ເພີ່ມທະວີການພົວພັນລະຫວ່າງ 2 ປະເທດພວກເຮົາກ່ວາອີກ ແລະ ໃນການຢ້ຽມຢາມເຖິງປະເທດທີ່ສວຍງາມຂອງທ່ານໃນເດືອນ ພະຈິກ ຈະມາເຖິງ. ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດພິເສດນີ້, ພວກຂ້າພະເຈົ້າຂໍສົ່ງບັນດາຄຳອວຍພອນອັນອົບອຸ່ນທີ່ສຸດມາຍັງທ່ານ ແລະ ປະຊາຊົນ ຫວຽດນາມ ແລະ ອວຍພອນໃຫ້ມີຄວາມສັນຕິພາບ, ວັດທະນາຖາວອນ ແລະ ຜາສຸກ”.

        ທ່ານປະທານາທິບໍດີ ສ.ຝະຣັ່ງ Emmanuel Macron ໄດ້ສົ່ງສານອວຍພອນເຖິງທ່ານປະທານປະເທດ ເຈີ່ນດ້າຍກວາງ, ໃນນັ້ນ ສະແດງຄວາມປິຕິຊົມຊື່ນ ແລະ ຢັ້ງຢືນຄວາມປາດຖະໜາຢາກສືບຕໍ່ພັດທະນາການພົວພັນ 2 ປະເທດ ກ່ວາອີກ, ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 5 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ ແລະ 45 ປີແຫາງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຝະຣັ່ງ ປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ