ການນຳບັນດາປະເທດອາຊຽນປະຕິເສດບັນດາທັດສະນະຂອງຈີນກ່ຽວກັບສະພາບການຢູ່ທະເລຕາເວັນອອກ

ການນຳບັນດາປະເທດອາຊຽນປະຕິເສດບັນດາທັດສະນະຂອງຈີນກ່ຽວກັບສະພາບການຢູ່ທະເລຕາເວັນອອກ - ảnh 1
ທ່ານ Marty Natalegawa, ລັດຖະມົນຕີ​ການ​ຕ່າງປະ​ເທດ
ອິນ​ໂດ​ເນ​ເຊຍ
photo:thanhnien.vn

 (vovworld)- ​ເມື່ອ​ຕອບ​ສຳພາດ​ຕໍ່ນັກ​ຂ່າວ“ວາລະສານ Wall Street Journal) ຂອງ​ອາ​ເມລິ​ກາ ​ເມື່ອ​ວັນ​ທີ 20/5, ທ່ານ Marty Natalegawa, ລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ໂດ​ເນ​ເຊຍ ​ໄດ້​ປະຕິເສດບັນດາ​ທັດສະນະ​ຊື່​ງຝ່າຍ​ຈີນ​ຍົກ​ອອກ​ມາ​ເພື່ອ​ອະທິ​ບາຍໃຫ້ການ​ກະທຳ​ປີ້ນ​ຂັນ​ໄດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ພ້ອມ​ທັງ​ໃຫ້​ຮູ້​ວ່າ: ອິນ​ໂດ​ເນ​ເຊຍ ຈະ​ແຊກ​ແຊງ​ຢ່າງ​ແຮງ​ກວ່າ ​ເພື່ອ​ແກ້​ໄຂ​ສະພາບ​​ເຄ່ັງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ພາຍຫລັງ ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິ​ດກົດໝາຍ​ຢູ່​ເຂດ​ທະ​ເລ​ຂອງ​ຫວຽດນາມ. ຕາມ​ທ່ານ Marty Natalegawa ​ແລ້ວ, ຍາມ​ໃດ​ຈີນ​ກໍ​ມີ​ແຜນ​ນະ​ໂຍບາຍ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງຢູ່​ທະ​ເລ​ຕາ​ເວັນ​ອອກ ບົນ​ພື້ນຖານ​ສອງ​ຝ່າຍ ​ແລະ ລົບ​ລ້າງ​ການ​ແຊກ​ແຊງ​ຂອງ​ຝ່າຍ​ທີ 3. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວາມ​ເຄັ່ງ​ຕຶງ​ປະຈຸ​ບັນ​ລະຫວ່າງ​ຫວຽດນາມ ​ແລະ ຈີນ ບໍ່​ພຽງ​ແຕ່​ແມ່ນ​ບັນຫາ​ສອງ​ຝ່າຍ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ບັນຫາ​ຂອງ​ພາກ​ພື້ນ, ສະ​ນັ້ນ ອາ​ຊຽນ ມີ​ຄວາມ​ຮັບຜິດຊອບ​ພິ​ເສດ ​ເພື່ອ​ຮັບປະກັນ​ໃຫ້​ສອງ​ຝ່າຍ​ເຈລະຈາ​ເພື່ອ​ແກ້​ໄຂ​ສະພາບ​ການ. ທ່ານ​ຢືນຢັນ​ວ່າ: ການ​ກະທຳ​ຂອງ​ຈີນ ​ແມ່ນ​ລະ​ເມີດ​ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ປະ​ພຶດຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ(DOC), ​ໃນ​ຂະນະ​ທີ່​ປັກ​ກີ​ງປະຕິບັດ​ຄຳ​ໝັ້ນ​ສັນຍາ​ປະຕິບັດ​ຖະ​ແຫລ​ງການ​ດັ່ງກ່າວ​ເປັນ​ປະຈຳ.

​ເມື່ອ​ຕອບ​ສຳພາດ​ຕໍ່​ກຸ່ມ​ບໍ​ລິ​ສັດ​ສື່ສານ Nikkei, ທ່ານ​ນາຍົກລັດຖະມົນຕີ ສິງກະ​ໂປ ຫລີ​ຊຽງ​ຫລົງ ຖື​ວ່າ: ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ຫນ່ຶງ​ໃນ​ບັນດາ​ບັນຫາ​ໃນ​ການ​ພົວພັນ​ລະຫວ່າງ ຈີນ ​ແລະ ອາ​ຊຽນ, ​ເພາະວ່າ ອາ​ຊຽນ ກໍ່​ມີ​ຜົນ​ປະ​ໂຫຍ​ດຈາກ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ ​ແລະ ອາ​ຊຽນ ພວມ​ປຶກສາ​ຫາລື​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ກັບ​ຈີນ. ສະ​ນັ້ນ ອາ​ຊຽນ ຈະ​ແຊກ​ແຊງ​ເຂົ້າ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແລະ ຈະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ໃຫ້​ບັນຫາ​ນີ້​ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພົວພັນ​ລະຫວ່າງ ອາຊຽນ ​ແລະ ຈີນ.

ກ່ຽວ​ກັບ​ບັນຫາ​ນີ້, ລັດ​ຖະບານ ມາ​ເລ​ເຊຍ ສະ​ແດງ​ຄວາມ​ວິຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງຕໍ່​ການ​ຜັນ​ແປ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ  ພ້ອມ​ທັງ​ເນັ້ນ​ຫນັກ​ວ່າ:​ຈຳ​ເປັນ​ຕ້ອງ​ຍູ້​​ໄວ​ວິວັດ​ການ​ເຈລະຈາ​ເພື່ອ​ບັນລຸ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ