ການນຳບັນດາປະເທດອາຣັບ ແລະ ອິດສະລາມ ຮຽກຮ້ອງຢຸດຕິການເຄື່ອນໄຫວດ້ານການທະຫານຢູ່ເຂດ ກາຊາ.

(VOVWORLD) -ວັນທີ 11 ພະຈິກ ການນຳຂອງບັນດາປະເທດ ອາຣັບ ອີກຄັ້ງຫນຶ່ງໄດ້ຮຽກຮ້ອງການຢຸດຍິງ ແລະ ຢຸດຕິການເຄື່ອນໄຫວດ້ານການທະຫານຢູ່ເຂດ ກາຊາ ຢ່າງທັນທີ ພ້ອມທັງສະແດງຄວາມເປັນຫ່ວງກັງວົນຕໍ່ການປະທະກັນລະຫວ່າງ ຂະບວນການ ອິດສະລາມ ຮາມາດ ແລະ ອິດສະຣາແອນ ມີໄພອາດຈະແຜ່ລາມອອກສູ່ທົ່ວພາກພື້ນ.

ການນຳບັນດາປະເທດອາຣັບ ແລະ ອິດສະລາມ ຮຽກຮ້ອງຢຸດຕິການເຄື່ອນໄຫວດ້ານການທະຫານຢູ່ເຂດ ກາຊາ. - ảnh 1ພົນທະຫານ ອິດສະລາແອນ ຜັນຂະຫຍາຍບັ້ນຮົບທາງບົກຕ້ານຄືນກຳລັງ ຮາມາດ ຢູ່ ເຂດ ກາຊາ ໃນວັນທີ 7 ພະຈິກປີ 2023. ພາບ:THX/TTXVN

ທີ່ກອງປະຊຸມສຸດຍອດຮ່ວມວິສາມັນຂອງບັນດາປະເທດ ອິດສະລາມ - ອາຣັບ  ດຳເນີນຢູ່ ນະຄອນຫລວງ Riyadh, ຊາອຸດິ ອາຣັບບີ, ເຈົ້າຟ້າຊາຍ ຊາອຸດິ ອາຣັບບີ Mohammed Bin Salman ໄດ້ຮຽກຮ້ອງຢຸດຕິທຸກການເຄື່ອນໄຫວດ້ານການທະຫານ ຢູ່ ເຂດ ກາຊາ ແລະປ່ອຍຕົວໃຫ້ຜູ້ຖືກກັກຕົວທັງໝົດ.

ປະທານາທິບໍດີ ອີຢີບ Abdel Fattah el-Sisi ກໍ່ໄດ້ຮຽກຮ້ອງການຢຸດຍິງຢ່າງທັນທີ ແລະ ຍາວນານຢູ່ເຂດ ກາຊາ.  ສ່ວນທ່ານປະທານາທິບໍດີ ປາແລດສະຕິນ Mahmoud Abbas ຢືນຢັນ: ບັນດາມາດຕະການດ້ານການທະຫານບໍ່ແກ້ໄຂສະພາບການປະທະກັນໄດ້ ພ້ອມທັງ ຄັດຄ້ານການບັງຄັບຍົກຍ້າຍໄປບ່ອນອື່ນສຳລັບຊາວ ປາດແລດສະຕິນ ຢູ່ ເຂດ ກາຊາ ຫລື ຝັ່ງຕາເວັນຕົກແມ່ນ້ຳຈໍແດນ.

 ໃນຂະນະນັ້ນ, ປະທານາທິບໍດີ ຕວກກີ Recep Tayyip Erdogan ໄດ້ຮຽກຮ້ອງຈັດຕັ້ງກອງປະຊຸມສັນຕິພາບສາກົນ ເພື່ອຊອກຫາມາດຕະການຍາວນານໃຫ້ແກ່ການປະທະກັນລະຫວ່າງ ອິດສະຣາແອນ ແລະ ຮາມາດ. ປະທານາທິບໍດີ ອີຣານ Ebrahim Raisi ຊື່ງແມ່ນປະທານາທິບໍດີ ອີຣານ ຄົນທຳອິດໄປຍັງ Riyadh ໃນຮອບເວລາ 11 ປີຜ່ານມາ ກໍ່ກ່າວເຕືອນວ່າ ການປະທະກັນ ລະຫວ່າງ ຮາມາດ ແລະ ອິດສະລາແອນ ອາດຈະແຜ່ລາມອອກສູ່ທົ່ວພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ