ການ​ນຳ​ບັນ​ດາ​ປະ​ເທດ​ໃຫ້​ຄຳ​ໝັ​້ນ​ສັນ​ຍາ ຈະ​ມີ​ການກະ​ທຳ​ເພື່ອຫຼຸດ​ຜ່ອນ​​ການ​ປ່ອຍ​ອາຍພິດ​ເຮືອນ​ແກ້ວ​

(VOVWORLD) - ກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດຂອງ ສປຊ ໄດ້ໄຂຂຶ້ນໃນວັນທີ 22 ກັນຍາ, ຢູ່ສຳນັກງານ ສປຊ ຢູ່ນະຄອນ ນິວຢອກ ປະເທດ ອາເມລິກາ, ໂດຍມີການເຂົ້າຮ່ວມຂອງລັດຖະບານຫຼາຍປະເທດ, ບັນດາພາກສ່ວນເອກະຊົນ, ບັນດາອົງການຈັດຕັ້ງພົນລະເຮືອນ ແລະ ບັນດາອົງການຈັດຕັ້ງສາກົນ.

ເປົ້າໝາຍຂອງກອງປະຊຸມແມ່ນແນໃສ່ສ້າງທ່າໃນການປະຕິບັດບັນດາເປົ້າໝາຍຂອງຂໍ້ຕົກລົງ ປາຣິ ປີ 2015 ມຸ່ງໄປເຖິງການຈຳກັດ ລະດັບເພີ່ມອຸນຫະພູມທົ່ວໂລກລົງ ຕ່ຳກ່ວາ 2 ອົງສາ C. ມີ ກ່ວາ 60 ປະເທດ ແລະ ການນຳຂອງບັນດາວິສາຫະກິດ ແລະ ເຈົ້າໜ້າທີ່ ລັດຖະບານຄາດວ່າຈະສະເໜີບັນດາມາດຕະການເພື່ອແນໃສ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດເຊິ່ງລວມມີການຢຸດຕິການ ຜະລິດທີ່ປ່ອຍອາຍ Carbon ແລະ ເປີດກ້ວາງການຜະລິດຖ່ານນັບແຕ່ກາງສະຕະວັດ 21.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ກ່າວເຕືອນວ່າ ໂລກຈະປະເຊີນໜ້າກັບໄພອັນຕະລາຍໜ່ວຍໂລກຮ້ອນຂຶ້ນຕື່ມອີກຢ່າງໜ້ອຍສຸດແມ່ນ 3 ອົງສາ C ໃນທ້າຍສະຕະວັດນີ້. ທ່ານ Guterres ຮຽກຮ້ອງໃຫ້ການນຳທົ່ວໂລກຍົກອອກບັນດາແຜນການຢ່າງລະອຽດ ແລະ ແທດຈິງ ເພື່ອໃຫ້ແຕ່ລະປະເທດອາດຈະເພີ່ມຄວາມມານະພະຍາຍາມ, ການປະກອບສ່ວນຂອງຕົນແນໃສ່ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວລົງ 45%ໃນທົດສະວັດຈະມາເຖິງ ແລະ ບັນລຸໄດ້ເປົ້າໝາຍບໍ່ມີອາຍພິດເຮືອນແກ້ວໃນປີ 2050.

        ຟ້າມຮວນ - ນັກຂ່າວ VOV

ຕອບກັບ

ຂ່າວ/ບົດ​ອື່ນ