ການນຳບັນດາພັກ, ປະເທດສືບຕໍ່ສົ່ງຈົດໝາຍ, ໂທລະເລກຊົມເຊີຍທ່ານເລຂາທິການໃຫຍ່ ໂຕເລິມ

(VOVWORLD) - ໃນຊຸມມື້ຜ່ານມາ, ການນຳບັນດາພັກ, ບັນດາປະເທດສືບຕໍ່ສົ່ງຈົດໝາຍ, ໂທລະເລກຊົມເຊີຍເຖິງທ່ານປະທານປະເທດ ຫວຽດນາມ ໂຕເລິມ ທີ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເລືອກຕັ້ງເປັນເລຂາທິການໃຫຍ່.
ການນຳບັນດາພັກ, ປະເທດສືບຕໍ່ສົ່ງຈົດໝາຍ, ໂທລະເລກຊົມເຊີຍທ່ານເລຂາທິການໃຫຍ່ ໂຕເລິມ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ
(ພາບ: TTXVN)

        ໃນຈົດໝາຍອວຍພອນ, ທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong ເຊື່ອໝັ້ນວ່າ, ການພົວພັນຢ່າງແໜ້ນແຟ້ນລະຫວ່າງ ສິງກະໂປ ແລະ ຫວຽດນາມ ຈະສືບຕໍ່ໄດ້ຮັບການເພີ່ມທະວີພາຍໃຕ້ການນຳພາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ. ສ່ວນທ່ານເລຂາທິການພັກແຫ່ງການກະທຳປະຊາຊົນ ສິງກະໂປ Lee Hsien Loong, ຢືນຢັນວ່າ, ຍາມໃດ ສິງກະໂປ ກໍ່ພ້ອມແລ້ວທີ່ຈະພ້ອມກັບ ຫວຽດນາມ ກຳແໜ້ນບັນດາໂອກາດດ້ານເສດຖະກິດ ແລະ ຍຸດທະສາດໃນພາກພື້ນ, ເປີດກວ້າງການຮ່ວມມື ແລະ ເຮັດໃຫ້ການພົວພັນລະຫວ່າງ 2 ພັກເລິກເຊິ່ງຂຶ້ນຕື່ມ, ຍົກລະດັບການພົວພັນ 2 ຝ່າຍລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່.

        ທ່ານນາຍົກລັດຖະມົນຕີ ໄທ ເສດຖາ ທະວີສິນ, ສະແດງຄວາມເຊື່ອໝັ້ນຢ່າງແນວແນ່ວ່າ, ພາຍໃຕ້ການນຳພາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ຫວຽດນາມ ຈະສືບຕໍ່ກ້າວໜ້າ ແລະ ມີຄວາມວັດທະນາຖາວອນ. ທ່ານ ເສດຖາ ທະວີສິນ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ, ມຸ່ງໄປເຖິງຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ເພື່ອຜົນປະໂຫຍດລວມຂອງປະຊາຊົນ 2 ປະເທດ.

        ນອກນັ້ນ, ປະທານາທິບໍດີ ອິນເດຍ, ນາຍົກລັດຖະມົນຕີ ອົດສະຕາລີ, ບັນດາການນຳພັກກອມມູນິດ ອິນເດຍ, ອາເມລິກາ, ບຣາຊິນ, ຈີເລ… ກໍ່ໄດ້ສົ່ງຈົດໝາຍມາຊົມເຊີຍທ່ານເລຂາທິການໃຫຍ່ ໂຕເລິມ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ