ການນຳບັນດາພັກແລະເພື່ອນມິດສາກົນສືບຕໍ່ຝາກໂທລະເລກ,ຈົດໝາຍອວຍພອນເລຂາທິການໃຫຍ່ຫວຽດນາມ

ການນຳບັນດາພັກແລະເພື່ອນມິດສາກົນສືບຕໍ່ຝາກໂທລະເລກ,ຈົດໝາຍອວຍພອນເລຂາທິການໃຫຍ່ຫວຽດນາມ - ảnh 1
ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

(vovworld) - ​ໃນ​ຊຸມ​ມື້​ຜ່ານ​ມາ, ການ​ນຳ​ບັນດາ​ພັກ ​ແລະ ​ເພື່ອນ​ມິດສາ​ກົນ​ສືບ​ຕໍ່​ຝາກ​ຈົດໝາຍ, ​ໂທລະ​ເລກອວຍພອນ​ທ່ານ ຫງວຽນ​ຟູ໋ຈ້ອງ ​ເນື່ອງ​ໃນ​ໂອກາດ​ທ່ານ​ໄດ້​ຮັບ​ການ​ເລືອກ​ຕັ້ງ​​ເປັນ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຄືນ​ໃໝ່. ​ໃນ​ນັ້ນ​ມີ​ໂທລະ​ເລກ​ອວຍພອນ​ຂອງ: ​ທ່ານເລຂາທິການ​ໃຫຍ່​ພັກ​ກອ​ມມູນິດ ສີ​ລັງ​ກາ D.E.W Gunasekera, ​ທ່ານເລຂາທິການ​ໃຫຍ່​ພັກ​​ກອມ​ມູນິດສ້າງ​ຕັ້ງ​ຄືນ​ໃໝ່ ອີ​ຕາ​ລີ Paolo Ferrero, ທ່ານ​ເລຂາທິການ​ໃຫຍ່​ພັກ​ປະຊາທິປະ​ໄຕ​ສັງຄົມ​ເຢຍລະມັນ Katarina Barley, ​ທ່າ​ນ​ເລຂາທິການ​​ພັກ​ແຮງ​ງານ​ທົ່ວ​ປະ​ເທດ ສະ​ວິດ Amanda Loset, ພັກ​ສັງຄົມ​ຝຣັ່ງ, ​ທ່ານ​ປະທານ​ເວທີ​ປາ​ໄສ​ເສດຖະກິດ​ໂລກ Klaus Schwab, ປະທານ​ສະມາຄົມ ຍີ່ປຸ່ນ - ຫວຽດນາມ Shoei Utsuda, ທ່ານ​ປະທານ ​ແລະ ຜູ້ອຳນວຍການ​ໃຫຍ່​ບໍລິສັດ Sumitomo Kuniharu Nakamura, ທ່ານປະທານ ​ແລະ ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດ Mitsubishi Ken Kobayashi.


ຂ່າວ/ບົດ​ອື່ນ