ການນຳບາງປະເທດແລະເວທີປາໄສເສດຖະກິດໂລກສົ່ງສານ,ໂທລະເລກອວຍພອນການນຳຫວຽດນາມ

(VOVWORLD) -ເນື່ອງໃນໂອກາດສະພາແຫ່ງຊາດຫວຽດນາມ ເລືອກຕັ້ງບັນດາຕຳແໜ່ງການນຳລັດ, ລັດຖະບານ. ວັນທີ 06 ເມສາ, ການນຳຫຼາຍປະເທດຄື: ກຳປູເຈຍ, ສປປ.ເກົາຫຼີ, ລັດເຊຍ, ອານເຊຣີ, ຄູເວດ ແລະ ການນຳເວທີປາໄສເສດຖະກິດໂລກ (WEF) ໄດ້ສົ່ງສານ, ໂທລະເລກມາອວຍພອນ.
ການນຳບາງປະເທດແລະເວທີປາໄສເສດຖະກິດໂລກສົ່ງສານ,ໂທລະເລກອວຍພອນການນຳຫວຽດນາມ - ảnh 1(ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ)

ເນື່ອງໃນໂອກາດສະພາແຫ່ງຊາດຫວຽດນາມ ເລືອກຕັ້ງບັນດາຕຳແໜ່ງການນຳລັດ, ລັດຖະບານ. ວັນທີ 06 ເມສາ, ການນຳຫຼາຍປະເທດຄື: ກຳປູເຈຍ, ສປປ.ເກົາຫຼີ, ລັດເຊຍ, ອານເຊຣີ, ຄູເວດ ແລະ ການນຳເວທີປາໄສເສດຖະກິດໂລກ (WEF) ໄດ້ສົ່ງສານ, ໂທລະເລກມາອວຍພອນ.

        ໃນສານອວຍພອນທີ່ສົ່ງເຖິງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ພະບາດສົມເດັດພະບໍລົມມະນຽດ Norodom Sihamoni ແຫ່ງລາຊະອານາຈັກກຳປູເຈຍ ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງທ່ານປະທານປະເທດ ຫງວຽນຊວັນຟຸກ, ຫວຽດນາມ ຈະຍາດໄດ້ບັນດາຜົນງານໃຫຍ່ຫຼວງກວ່າອີກ, ດ້ວຍການພັດທະນາ ແລະ ຄວາມກ້າວໜ້າໃນທຸກຂົງເຂດ, ສວມບົດບາດສຳຄັນຢູ່ພາກພື້ນ ແລະ ໃນໂລກ. ພະບາດສົມເດັດ Norodom Sihamoni ກໍ່ສະແດງຄວາມປາດຖະໜາວ່າ ການພົວພັນລະຫວ່າງ 2 ປະເທດຫວຽດນາມ ແລະ ກຳປູເຈຍ ຈະນັບມື້ນັບໃກ້ຊິດສະໜິດສະໜົມກວ່າ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ.

        ການນຳບັນດາປະເທດ ສປປ.ເກົາຫຼີ, ອາກຊັງຕິນ, ຄູເວດ ກໍ່ໄດ້ສົ່ງສານອວຍພອນເຖິງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ.

ການນຳບາງປະເທດແລະເວທີປາໄສເສດຖະກິດໂລກສົ່ງສານ,ໂທລະເລກອວຍພອນການນຳຫວຽດນາມ - ảnh 2(ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ)

ໃນສານອວຍພອນສົ່ງເຖິງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ, ທ່ານນາຍົກລັດຖະມົນຕີສະຫະພັນລັດເຊຍ Mikhail Mishustin ເນັ້ນໜັກວ່າ: 2 ປະເທດພວມຜັນຂະຫຍາຍບັນດາຂົງເຂດຮ່ວມມືໃຫຍ່ທາງດ້ານເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ, ອຸດສາຫະກຳ… ທ່ານນາຍົກລັດຖະມົນຕີລັດເຊຍ ສະແດງຄວາມເຊື່ອໝັ້ນວ່າ ລັດຖະບານ 2 ປະເທດຈະຕັ້ງໜ້າສົມທົບກັນຊຸກຍູ້ເລື່ອງປັບປຸງການຮ່ວມມືລະຫວ່າງລັດເຊຍ - ຫວຽດນາມ, ດ້ວຍບັນດາຂໍ້ລິເລີມ ແລະ ທິດທາງໃໝ່ ເພື່ອແນໃສ່ຕອບສະໜອງຜົນປະໂຫຍດຂອງທັງ 2 ປະເທດ.

        ແລະກໍ່ໃນວັນດຽວກັນ, ນາຍົກລັດຖະມົນຕີ ສ. ອານເຊຣີ; ຜູ້ກໍ່ຕັ້ງ, ປະທານບໍລິຫານເວທີປາໄສເສດຖະກິດໂລກ ກໍໄດ້ສົ່ງສານອວຍພອນເຖິງທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ