ການນຳປະເທດ ລາວ ຕ້ອນຮັບຄະນະຜູ້ແທນ ຂັ້ນສູງຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ

ການນຳປະເທດ ລາວ ຕ້ອນຮັບຄະນະຜູ້ແທນ ຂັ້ນສູງຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ - ảnh 1
ທ່ານ​ຫົວໜ້າ​ຄະນະພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກກອມ​ມູນິດ ຫວຽດນາມ ​ຮ່ວາ​ງບິ່ນ​ກວນ ແລະ ທ່າ​ນນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ

(vovworld) – ຄະນະ​ຜູ້​ແທນ​ຂັ້ນ​ສູ​ງຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກກອມ​ມູນິດ ຫວຽດນາມ ​ໂດຍ​ທ່ານ​ຫົວໜ້າ​ຄະນະ ຮ່ວາ​ງບິ່ນ​ກວນ ນຳ​ໜ້າ​ໄດ້​ມີ​ການ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່​ລາວ​ໃນ​ລະຫວ່າງ​ວັນ​ທີ 5 – 9/8/2013, ຕາມ​ຄຳ​ເຊື້ອ​ເຊີນ​ຂອງງຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກປະຊາຊົນ​ປະຕິວັດ ລາວ. ຕອນ​ບ່າຍ​ວັນ​ທີ 9/8, ຢູ່​ນະຄອນຫຼວງ ວຽງ​ຈັນ, ທ່າ​ນນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ ​ແລະ ທ່ານຮອງ​ປະທານ​ປະ​ເທດ, ຜູ້​ປະຈຳການ​ຄະນະ​​ເລຂາສູນ​ກາງ​ພັກ ບຸນ​ຍັງ ວໍລະ​ຈິດ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ. ທ່ານ​ຫົວໜ້າ​ຄະນະພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກກອມ​ມູນິດ ຫວຽດນາມ ​ຮ່ວາ​ງບິ່ນ​ກວນ ຢືນຢັນ ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​​ຂອງ​ຕົນ​ພ້ອມ​ກັບ​ຝ່າຍ ລາວ ຮັກສາ ​ແລະ ​ເພີ່ມ​ພຸ​ນຄຸນ​ສ້າງ​ສາຍພົວພັນ​ສາມັກຄີ​ແບບ​ພິ​ເສດ ຫວຽດນາມ - ລາວ ​ໃຫ້​ນັບ​ມື້​ນັບ​ພັດທະນາ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ແຕ່ລະ​ປະ​ເທດ, ​ເພື່ອ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ​ພາກ​ພື້ນ.

    ກ່ຽວ​ກັບ​ຝ່າຍລາວ ກໍ່​ຫວັງວ່າຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ 2 ປະ​ເທດ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​​ແຟ້ນ, ​ເພີ່​ມທະວີ​ການ​ແລ​ກປ່ຽນ​ຂໍ້​ມູນ​ຂ່າວ, ບົດຮຽນ, ການ​ຮ່ວມ​ມື.​​..​ສົມທົບ​ກັບ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ​ເພື່ອ​ຜັນ​ຂະຫຍາຍ​ການປະຕິບັດ​ບັນດາ​ຂໍ້​ຕົກລົງ​ລະຫວ່າງ 2 ພັກ, 2 ລັດ​ຢ່າງ​ມີ​ໄຊ.

ຂ່າວ/ບົດ​ອື່ນ