ການນຳປະເທດຕ່າງໆແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ໜ້າເຫດເຮືອບິນMS804ຫາຍສາບສູນ

ການນຳປະເທດຕ່າງໆແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ໜ້າເຫດເຮືອບິນMS804ຫາຍສາບສູນ - ảnh 1
ຍາດຕິພີ່ນ້ອງຂອງຜູ້ປະສົບເຄາະຮ້າຍ
(ພາບ:ສຳນັກຂ່າວສານ ຊິນຮວາ /TTXVN)

(vovworld) – ບັນດາອົງການ​ກ່ຽວຂ້ອງຂອງ ອີ​ຢິບ ພວມ​ກວດກາ​ຂໍ້​ມູນ​ຂ່າວ​ມີ​ຄວັນ​ໃນ​ເຮືອບິນ​ເລກ​ໝາຍ MS804 ຂອງ​ບໍລິສັດ EgyptAir ກ່ອນ​ທີ່​ເຮືອບິນ​ລຳ​ດັ່ງກ່າວ​ຕົກ​ລົງທະ​ເລ​ເມ​ດີ​ຕາຣາ​ເນ. ກ່ອນ​ໜ້າ​ນັ້ນ, ໜັງສືພິມ “Wall Street Journal” ຂອງ​ອາ​ເມ​ລິ​ກາ ສະບັບ​ອອກ​ວັນ​ທີ 20/5 ​ໄດ້​ຄັດ​ແຫຼ່ງຂ່າວ​​ໂດຍໃຫ້​ຮູ້​ວ່າ: ບັນດາ​ສັນຍານ​ກ່າວ​ເຕືອນ​ທາງເອ​ເລັກ​ໂຕ​ນິກສະ​ແດງ​ໃຫ້​ເຫັນ​ວ່າ​ມີ​ຄວັນອອກ​ໃນຫົວ​ເຮືອບິນ. ການ​ກ່າ​ວ​ເຕືອນ​ນີ້​ໃຫ້​ເຫັນ​ວ່າ​ມີ​​​ເຫດ​ເກີດ​ຂຶ້ນ​ສຳລັບ​ອຸປະກອນ​ບັນຊາ​ຂອງ​ເຮືອບິນ.     

ວັນ​ທີ 20/5, ການ​ນຳ​ຂອງ​ຫຼາຍ​ປະ​ເທດ​ໃນ​ໂລກ​ໄດ້​ຝາກ​ຄຳ​ແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ຄອບຄົວ​ຜູ້​ປະສົບ​ເຄາະ​ຮ້າຍ​ໃນ​ເຮືອບິນ MS804. ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki moon ຝາກ​ຄຳ​ແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ຄອບຄົວ​ບັນດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ ​ແລະ ລັດຖະບານ​ບັນດາ​ປະ​ເທດ​ຖືກ​ຜົນ​ສະທ້ອນ​ຈາກ​​ເຫດ​ຮ້າຍນີ້. ​ແລະ ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ປະທາ​ນາ​ທິບໍດີ ອີ​ຢິບ Abdel Fattah al – Sisi ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ​ແລະ ​ແບ່ງ​​ເບົາ​ເສົ້າ​ສະຫຼົດ​ໃຈ​ເຖິງ​ຍາດຕິ​ພີ່ນ້ອງ​ບັນດາ​ຜູ້​ເສຍ​ຊີວິດ. ​ໃນ​ຂະນະ​ນັ້ນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ກໍ່​ໂອ້​ລົມ​ທາງ​​ໂທລະສັບ​ກັບ​ຄູ່​ຕຳ​ແໜ່​ງ ອີ​ຢິບ Sameh Shoukry ​ແລະ ຢັ້ງຢືນ​ວ່າ: ອາ​ເມ​ລິ​ກາ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ໜູນ​ຊ່ວຍ ອີ​ຢິບ ​ໃນ​ການ​ຊອກ​ຫາ​ຊາກເຮືອບິ​ນທີ່ຫາຍ​ສາບ​ສູນນັ້ນ ​ແລະ “ຈະຮັກສາ​ການ​ຕິດ​ຕໍ່​ພົວພັນ​ຢ່າງ​ແໜ້ນ​ແຟ້ນ” ​ເພື່​ອ​ແນ​ໃສ່​​ໃຫ້​ແກ່​ການ​ສືບສວນສອບ​ສວນທີ່ດີ​ທີ່​ສຸດ.


ຂ່າວ/ບົດ​ອື່ນ