ການນຳປະເທດອາຊຽນສືບຕໍ່ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະພາບການຢູ່ທະເລຕາເວັນອອກ

ການນຳປະເທດອາຊຽນສືບຕໍ່ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະພາບການຢູ່ທະເລຕາເວັນອອກ - ảnh 1
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ
ເຂົ້າຮ່ວມ ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 28 – 29 



(vovworld) - ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 28 – 29 ​ແລະ ບັນດາ​ກອງ​ປະຊຸມທີ່​ກ່ຽວຂ້ອງ​ ​ເຊິ່ງ​ຈັດ​ຕັ້ງ​ຢູ່ ສປປ.ລາວ. ຕອນ​ບ່າຍວັນ​ທີ 07/09, ກອງປະຊຸມ​ໄດ້​ອອກ​ຖະ​ແຫຼ​ງການ​ຂອງປະທານ​ກອງປະຊຸມສຸດ​ຍອດ​ຄັ້ງ​ທີ 28 – 29. ຖະ​ແຫຼ​ງການ​ຢືນຢັນ​ວ່າ ທີ່​ບັນດາ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 28 – 29, ການ​ນຳ​ບັນດາ​ປະ​ເທ​ດ ອາ​ຊຽນ ​ໄດ້​ມີ​ການ​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ ​ແລະ ສ້າງ​ສັນ​ກ່ຽວ​ກັບ​ການກຳນົດ​ທິດ​ໃນ​ອະນາຄົດ​ຂອງ ອາ​ຊຽນ. ພິ​ເສດ ​ເນື້ອ​ໃນ​ຖະ​ແຫຼ​ງການ​ມີ​ສ່ວນ​ໜຶ່ງ​​ເວົ້າສະ​ເພາະ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ, ບັນດາ​ການ​ນຳ ອາ​ຊຽນ ຢືນ​ຢັນຄືນ​ໃໝ່​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຕ້ອງ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມລະງັບ​ໃຈ ​ແລະ ຫລີກ​ລ້ຽງ​ບັນດາ​ການ​ກະທຳ ທີ່ອາດ​ຈະ​ເຮັດ​ໃຫ້​ສະພາບ​ການ​ສັບສົນຂຶ້ນ​ຕື່ມ ​ແລະ ຕິດ​ຕາມ​ການ​ແກ້​ໄຂ​​ບັນດາ​ການ​ຂັດ​ແຍ້​ງກັນ​ໂດຍ​ສັນຕິພາບ ​​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ; ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ເລື່ອງ​ບໍ່​ນຳ​ໃຊ້​ການ​ທະຫານ ​ແລະ ລະ​ງັບ​ໃຈ​ໃນ​ທຸກ​ການ​ເຄື່ອນ​ໄຫວ, ​ໃນ​ນັ້ນ ມີ​ເລື່ອງບູລະນະ​, ຖົມ​ດິນ, ອາດ​ຈະ​ເຮັດ​ໃຫ້​ສະພາບ​ການ​ສັບສົນ​ ​ແລະ ​ເພີ່ມ​ຄວາມ​ເຄັ່ງຄຶງ​ຢູ່ທະ​ເລ​ຕາ​ເວັນ​ອອກຕື່ມ​ອີກ; ​ເນັ້ນ​ໜັກ​​ເຖິງ​ຄວາມ​ສຳຄັນ​ຂອງ​ເລື່ອງປະຕິບັດ​ຖະ​ແຫຼ​ງການ​ວ່າ​ດ້ວຍ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ. ບັນດາ​ການ​ນຳ ອາ​ຊຽນ ກໍ່​ຮຽກຮ້ອງ​ທຸກ​ຝ່າຍ​ ​ເຮັດ​ວຽກ​ຢ່າງ​ຮີບ​ດ່ວນ ​ເພື່ອ​ແນ​ໃສ່​ບັນລຸ​ກົດ​ແຫ່ງ​ການ​ປະ​ພຶດຂອງ​ບັນດາ​ຝ່າຍ (COC) ​ໃຫ້ມີ​ປະສິດທິ​ຜົນຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ໄວ. ບັນດາ​ການ​ນຳ ອາ​ຊຽນ ກໍ່​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ເລື່ອງ​ດຳ​ເນີນ​ບັນດາ​ມາດ​ຕະການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ການ​ທູດປ້ອງ​ກັນ​ຕ້ານ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງບັນດາ​ຝ່າຍ; ຊົມ​ເຊີຍ​ເລື່ອງ​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່ວມ​ຂອງ​ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ 10 ປະ​ເທດ ອາ​ຊຽນ ​ແລະ ຈີນ ກ່ຽວ​ກັບ​ເລື່ອງ​ປະຕິບັດ DOC ຢູ່​ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ