ການນຳຝລັ່ງ,ເຢຍລະມັນ,ລັດເຊຍສະໜັບສະໜູນແຜນການຢຸດຍິງຢູ່ຢູແກຼນຕາເວັນອອກ

ການນຳຝລັ່ງ,ເຢຍລະມັນ,ລັດເຊຍສະໜັບສະໜູນແຜນການຢຸດຍິງຢູ່ຢູແກຼນຕາເວັນອອກ - ảnh 1
(ພາບປະກອບ: Reuters)

(vovworld) – ຝລັ່ງ,​ ເຢຍລະ​ມັນ, ລັດ​ເຊຍ​ ​ໄດ້ສະໜັບສະໜູນ​​ແຜນການ​ຢຸດ​ຍິງຮອບດ້ານ​ຢູ່​ ຢູ​ແກຼນ ຕາ​ເວັນ​ອອກ ​ນັບ​ແຕ່​ວັນ​ທີ 01/09 ຈະ​ມາ​ເຖິງ. ນີ້​ແມ່ນ​ຄຳ​ຖະ​ແຫຼ​ງຂອງ​ທ່ານ​ປະທາ​ນາ​ທິບໍ​ດີ​ຝລັ່ງ Francois Hollande ພາຍຫຼັງ​ມີ​ການ​ໂອ້​ລົມ​ທາງ​ໂທລະ​ສັບ​ກັບ​ທ່ານນາງ​ນາຍົກລັດຖະມົນຕີ​ເຢຍລະ​ມັນ Angela Merkel ​ແລະ ທ່ານ​ປະທານາທິບໍດີ​ລັດ​ເຊ​ຍ Vladimir Putin. ທ່ານ​ປະທານາທິບໍ​ດີ Hollande ກໍ​ຢັ້ງຢືນ​ຈະມີ​ຜົນ​ປະ​ໂຫຍ​ດທີ່​ສຸດ​ເພື່ອ​ຈັດ​ກອງ​ປະ​ຊຸ​ມສຸດ​ຍອດ​ດ້ວຍການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ປະທານາທິບໍດີ​ຢູ​ແກຼນ Petro Poroshenko ​ໃນ​ຊຸມສັບປະດາ​ຈະ​ມາ​ເຖິງ. ບັນດາ​ຝ່າ​ຍລ້ວນ​ແຕ່​​ເນັ້ນ​ໜັກ​ວ່າ, ​ການເຄົາລົບ​ຄຳ​ສັ່ງ​ຢຸດ​ຍິງ​ຍາວ​ນານ ​ແມ່ນ​ເພື່ອ​ປົກ​ປ້ອງ​ຊີ​ວິດ​ການ​ເປັນ​ຢູ່​ຂອງສາມັນ​ຊົນ ຢູ່ຢູ​ແກຼນ ຕາ​ເວັນ​ອອກ. ຜູ້ຕາງໜ້າ​ອົງການ​ປ້ອງ​ກັນ​ຄວາ​ມສະຫງົບ ​ແລະ ຮ່ວມ​ມື​ເອີ​ລົບ ​ໃຫ້​ຮູ້​ວ່າ, ລັດຖະບານ​ຢູ​ແກຼນ ​ແລະ ກຳລັງ​ຝ່າຍ​ຄ້ານ​ໄດ້​ເຫັນ​ດີ​ຢຸດ​ຕິ​ບັນດາ​ການລະ​ເມີດ​ຄຳ​ສັ່ງ​ຢຸດ​ຍິງນັບ​ແຕ່​ວັນ​ທີ 01/09 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ