ການນຳຝລັ່ງແລະໂລກຍ້ອງຍໍອະດີດປະທານາທິບໍດີ Jacques Chirac

(VOVWORLD) -ວັນທີ 26 ກັນຍາ, ວົງການການນຳການເມືອງຂັ້ນສູງຝລັ່ງ ໄດ້ສະແດງຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງທ່ານອະດີດປະທານາທິບໍດີຝລັ່ງ Jacques Chirac ແລະ ຍ້ອງຍໍຊີສັນລະເສີນວິດ ແລະ ພາລະກິດຂອງທ່ານ.

ການນຳຝລັ່ງແລະໂລກຍ້ອງຍໍອະດີດປະທານາທິບໍດີ Jacques Chirac - ảnh 1 ທ່ານອະດີດປະທານາທິບໍດີຝລັ່ງ Jacques Chirac

(ພາບປະກອບ: AFP/TTXVN)

ວັງ Elysee ໃຫ້ຮູ້ວ່າ, ທ່ານປະທານາທິບໍດີຝລັ່ງ Emmanuel Macron ໄດ້ໂຈະການເຂົ້າຮ່ວມເຫດການເລີ່ມເຈລະຈາກ່ຽວກັບເງິນເດືອນຂອງຜູ້ກິນເບ້ຍບຳນານ ແລະ ມີບົດກ່າວປາໄສແບ່ງເບົາຄວາມເສົ້າສະຫຼົດໃຈທາງໂທລະພາບ. ສະພາຕ່ຳ ແລະ ສະພາສູງຝລັ່ງ ໄດ້ສະຫງວນເວລາ 1 ນາທີໃນຕອນບ່າຍວັນທີ 26 ກັນຍາເພື່ອກົ້ນຫົວໄວ້ອາໄລ ທ່ານອະດີດປະທານາທິບໍດີ Jacques Chirac. ທ່ານປະທານສະພາຕ່ຳຝລັ່ງ Richard Ferrand ຢືນຢັນວ່າ: “ທ່ານອະດີດປະທານາທິບໍດີ Jacques Chirac ແມ່ນສ່ວນໜຶ່ງໃນປະຫວັດສາດຂອງຝລັ່ງ”.

        ໃນຂະນະນັ້ນ, ບັນດາການນຳໂລກຄື: ປະທານາທິບໍດີລັດເຊຍ, ນາຍົກລັດຖະມົນຕີອັງກິດ, ນາຍົກລັດຖະມົນຕີເຢຍລະມັນ, ກໍ່ກ່າວຄຳຍ້ອງຍໍທ່ານອະດີດປະທານາທິບໍດີຝລັ່ງ Jacques Chirac ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ