ການນຳຝະລັ່ງ,ເຢຍລະມັນແລະລັດເຊຍໂອ້ລົມທາງໂທລະສັບປຶກສາຫາລືບັນຫາຢູແກຼນ

ການນຳຝະລັ່ງ,ເຢຍລະມັນແລະລັດເຊຍໂອ້ລົມທາງໂທລະສັບປຶກສາຫາລືບັນຫາຢູແກຼນ - ảnh 1
ການ​ນຳ ຝະລັ່ງ, ​ເຢຍລະ​ມັນ ​ແລະ ລັດ​ເຊຍ
(ພາບ: AFP/TTXVN)

(vovworld) - ວັນ​ທີ 12/10, ຫ້ອງ​ວ່າການ​ປະທານາທິບໍດີ ຝະລັ່ງ ​ໃຫ້​ຮູ້​ວ່າ: ການ​ນຳ ຝະລັ່ງ, ​ເຢຍລະ​ມັນ ​ແລະ ລັດ​ເຊຍ 3 ທ່ານ​ໄດ້​ໂອ້​ລົມ​ທາງ​ໂທລະສັບ​ປຶກສາ​ຫາລື​ກ່ຽວ​ກັບ​ເລື່ອງ ຕ້ອງ​ຈັດ​ຕັ້ງການ​ພົບ​ປະສຸ​ດຍອດ​ ກ່ຽວ​ກັບ​ວິ​ກິດ​ການ​ຢູ່​ ຢູ​ແກຼນ ​ໂດຍ​ໄວ. ທ່ານ​ປະທານາທິບໍດີ ຝະລັ່ງ Francois Hollande, ທ່ານ​ນາງ​ນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Merkel ​ແລະ ທ່ານ​ປະທາ​ນາທີ​ບໍດີ ລັດ​ເຊຍ Vladimir Putin ​ເຫັນ​ດີ​ເປັນ​ເອກະ​ພາບກັນ​ວ່າ: ຄວນ​ດຳ​ເນີນ​ການ​ພົບ​ປະ​ທີ່​ມີ​ລັກສະນະ​ສ້າງສັນ ​ແລະ ມີ​ປະສິດທິ​ຜົນ ​ເພື່ອ​ແນ​ໃສ່​ຢຸດ​ຕິ​ວິກິດ​ການ ຢູ​ແກຼນ. ການ​ນຳ 3 ທ່ານ ຫວັງ​ວ່າ: ການ​ພົບປະລະ​ຫວ່າງ​ເຂົາ​ເຈົ້າ ​ແລະ ທ່ານ​ປະທານາທິບໍດີ ຢູ​ແກຼນ Petro Poroschenko ອາດ​ຈະ​ດຳ​ເນີນ​ຢູ່ Berlin ​ໃນ​ວັນ​ທີ 19/10 ຈະ​ມາ​ເຖິງ ຖ້າວ່າ​ມີ​ຄວາມ​ກ້າວໜ້າ​ໃນ​ການ​ປະຕິບັດ​ຂໍ້​ຕົກລົງ​ສັນຕິພາບ​ Minsk ຢູ່​ພາກ​ຕາ​ເວັນ​ອອກປະ​ເທດ​ ເອີລົບຕາ​ເວັນ​ອອກ​ນີ້.

 

ຂ່າວ/ບົດ​ອື່ນ