ການ​ນຳ​ພັກ, ລັດ ຢ້ຽມ​ຢາມ ແລະ ອວຍ​ພອນ​ປີ​ໃໝ່​ຢູ່​ທ້ອງ​ຖິ່ນ, ກົມ​ກອງ​ຕ່າງໆ​ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ປີ​ຂານ 2022 ​

(VOVWORLD) - “ພວກຂ້າພະເຈົ້າຍາມໃດກໍເຊື່ອໝັ້ນວ່າ ຢູ່ຄຽງຂ້າງຕົນເອງ, ຢູູທາງຫຼັງຕົນເອງແມ່ນມີປະຊາຊົນ, ມີຖັນແຖວນັກວິທະຍາສາດ, ໂດຍສະເພາະແມ່ນຖັນແຖວແພດສາດ ຍາມໃດກໍພ້ອມແລ້ວທີ່ຈະແບ່ງບັນ ແລະ ໃຫ້ການໜູນຊ່ວຍທີ່ຈຳເປັນ. ຄວາມເຊື່ອໝັ້ນນັ້ນ, ພວກຂ້າພະເຈົ້າຂໍໝັ້ນໝາຍວ່າ ຈະຜູກພັນ, ສົມທົບ, ຮັບຟັງປະຊາຊົນ ເພື່ອມີການກະທຳທີ່ຂ້ຽວຂາດກວ່າ, ສະເໝີຕົ້ນສະເໝີປາຍກວ່າ ແລະ ມີປະສິດທິຜົນກວ່າ”.
ການ​ນຳ​ພັກ, ລັດ ຢ້ຽມ​ຢາມ ແລະ ອວຍ​ພອນ​ປີ​ໃໝ່​ຢູ່​ທ້ອງ​ຖິ່ນ, ກົມ​ກອງ​ຕ່າງໆ​ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ປີ​ຂານ 2022     ​ - ảnh 1ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດ ຫວຽດນາມ ອວຍພອນປີໃໝ່ພະນັກງານ, ນັກຮົບ ແລະ ປະຊາຊົນບັນດາເຜົ່າຢູ່ບໍລິເວນເມືອງຊາຍແດນ ນ້ຳໂປ, ແຂວງ ດ້ຽນບຽນ (ພາບ: VOV)

ຕອນບ່າຍວັນທີ 26 ມັງກອນ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດ ຫວຽດນາມ ໄດ້ລົງຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ນັກຮົບ ແລະ ປະຊາຊົນບັນດາເຜົ່າຢູ່ບໍລິເວນເມືອງຊາຍແດນ ນ້ຳໂປ, ແຂວງ ດ້ຽນບຽນ. ຕາມນັ້ນແລ້ວ, ຄະນະໄດ້ມອບຂອງຂວັນປີໃໝ່ກວ່າ 140 ພູດໃຫ້ແກ່ບັນດາຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ; ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ຜູ້ມີອິດທິພົນຊື່ສຽງໃນວົງຄະນະຍາດ; ພະນັກງານ, ລັດຖະກອນ, ຊາວຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນເມືອງ.

        ແຕ່ກໍໃນຕອນບ່າຍຂອງວັນດຽວກັນ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ແລະ ຄະນະປະຕິບັດງານ ກໍໄດ້ໄປອວຍພອນປີໃໝ່ ແລະ ມອບຂອງຂວັນໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີ ແລະ ຊາວຜູ້ອອກແຮງງານຢູ່ແຂວງ ຮຶງອຽນ.  ຢູ່ນະຄອນ ໂຮ່ຈີມິນ, ການນຳ ນະຄອນ ໂຮ່ຈີມິນ ໄດ້ພົບປະອວຍພອນປີໃໝ່ນັກຊ່ຽວຊານ, ນັກວິທະຍາສາດ. ທີ່ການພົບປະ, ທ່ານເລຂາຄະນະພັກນະຄອນ ຫງວຽນວັນເນັນ ກ່າວວ່າ:

        “ພວກຂ້າພະເຈົ້າຍາມໃດກໍເຊື່ອໝັ້ນວ່າ ຢູ່ຄຽງຂ້າງຕົນເອງ, ຢູູທາງຫຼັງຕົນເອງແມ່ນມີປະຊາຊົນ, ມີຖັນແຖວນັກວິທະຍາສາດ, ໂດຍສະເພາະແມ່ນຖັນແຖວແພດສາດ ຍາມໃດກໍພ້ອມແລ້ວທີ່ຈະແບ່ງບັນ ແລະ ໃຫ້ການໜູນຊ່ວຍທີ່ຈຳເປັນ. ຄວາມເຊື່ອໝັ້ນນັ້ນ, ພວກຂ້າພະເຈົ້າຂໍໝັ້ນໝາຍວ່າ ຈະຜູກພັນ, ສົມທົບ, ຮັບຟັງປະຊາຊົນ ເພື່ອມີການກະທຳທີ່ຂ້ຽວຂາດກວ່າ, ສະເໝີຕົ້ນສະເໝີປາຍກວ່າ ແລະ ມີປະສິດທິຜົນກວ່າ”.

        ໃນວັນດຽວກັນ, ຄະນະເລຂາສູນກາງຊາວໜຸ່ມ ກອມມູນິດ ໂຮ່ຈີມິນ, ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ, ສະມາຄົມແພດໝໍໜຸ່ມ ຫວຽດນາມ ກໍໄດ້ອວຍພອນປີໃໝ່ ເຄືຍຂ່າຍແພດໝໍຮ່ວມເດີນທາງຢູ່ ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ