ການ​ນຳ​ພັກ, ລັດ, ລັດ​ຖະ​ບານ ລົງ​ຢຶ້ຢາມ​ຖາມ​ຂ່າ​ວ, ມອ​ບ​ຂອງ​ຂ​ວັນ​ບຸນ​ເຕັດ ຢູ່​ບັນ​ດາ​ທ້ອງ​ຖິ່ນ

(VOVWORLD) -ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີສະຫຼູ 2021, ຕອນບ່າຍວັນທີ 5 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ລົງຢຶ້ຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ແກ່ບັນດາຜູ້ດ້ອຍໂອກາດ ທີ່ພວມໄດ້ຮັບການເບິ່ງແຍງດູແລ ຢູ່ສູນອຸປະຖຳສັງຄົມແຂວງ ກ໋ວາງນາມ.
ການ​ນຳ​ພັກ, ລັດ, ລັດ​ຖະ​ບານ ລົງ​ຢຶ້ຢາມ​ຖາມ​ຂ່າ​ວ, ມອ​ບ​ຂອງ​ຂ​ວັນ​ບຸນ​ເຕັດ ຢູ່​ບັນ​ດາ​ທ້ອງ​ຖິ່ນ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ມອບຂອງຂວັນໃຫ້ແກ່ພະນັກງານ ສູນອຸປະຖຳ ສັງຄົມແຂວງກ໋ວາງນາມ (ພາບ: ໜັງສືພິມ ກ໋ວາງນາມ)

ມອບຂອງຂວັນໃຫ້ແກ່ຜູ້ມີອາຍຸສູງ, ຄົນພິການ ແລະ ເດັກກຳພາ ພ້ອມກັບພະນັກງານ, ພາລະກອນຢູ່ສູນອຸປະຖຳສັງຄົມແຂວງ ກ໋ວາງນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ໃນຄວາມມານະພະຍາຍາມພັດທະນາເສດຖະກິດ - ສັງຄົມ, ປະເທດຊາດ, ພັກ, ລັດຍາມໃດກໍ່ເອົາໃຈໃສ່ຕໍ່ຜູ້ດ້ອຍໂອກາດໃນສັງຄົມ, ສະແດງໃຫ້ເຫັນທາດແທ້ທີ່ດີງາມ, ສິ່ງດີເລີດຂອງລະບອບເຮົາ. ຍ້ອນສະນັ້ນ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ໃນທົ່ວປະເທດຕ້ອງສືບຕໍ່ປະຕິບັດນະໂຍບາຍນີ້ ໃຫ້ເປັນຢ່າງດີ ເພື່ອບໍ່ປະໃຫ້ຜູ້ໃດຖືກຕົກຢູ່ເບື້ອງຫຼັງໃນວິວັດການພັດທະນາຂອງປະເທດຊາດ.

ແລະກໍ່ໃນວັນທີ 5 ກຸມພາ, ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ໄດ້ລົງຢຶ້ຢາມຖາມຂ່າວ, ມອບຂອງຂວັນບຸນເຕັດຢູ່ ຕາແສງ ຟອງດຽນ, ເມືອງ ຟອງດຽນ, ແຂວງ ເທື່ອທຽນເຫ້ວ. ນະທີ່ນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ມອບຂອງຂວັນບຸນເຕັດ 200 ພູດ ໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກຂອງຕາແສງ ຟອງດຽນ, ເມືອງ ຟອງດຽນ, ຊ່ວຍໃຫ້ພໍ່ແມ່ປະຊາຊົນຕ້ອນຮັບບຸນເຕັດຢ່າງອົບອຸ່ນ, ມ່ວນຊືີ່ນ. ສ່ວນທ່ານນາງຕ່ອງທິຟ້ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ໄດ້ລົງຢຶ້ຢາມຖາມຂ່າວ, ອວຍພອນບຸນເຕັດໃຫ້ແກ່ພໍ່ແມ່ປະຊາຊົນບ້ານ ທ໊າຍຮຶງ, ຕາແສງ ເມື່ອງແຊງ, ເມືອງ ມົກເຈົາ, ແຂວງ ເຊີນລາ.

ແລະ ກໍ່ໃນຕອນເຊົ້າວັນທີ 6 ກຸມພາ, ທ່ານ ເຈິ່ນແທັງເໝີນ ປະທານຄະນະກຳມະການສູນການແນວໂຮມປະເທດຊາດ ຫວຽດນາມ ໄດ້ລົງແຂວງ ເຮົ້າຢາງ ຢຶ້ຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ ແລະ ຄອບຄົວທຸກຍາກຢູ່ຕາແສງ ລອງແທັງ, ເມືອງ ຟຸ່ງຮຽບ ແລະ ຕາແສງ ແທັ້ງຊວັນ, ເມືອງ ເຈົ້າແທັງ ອາ.

ຕອບກັບ

ຂ່າວ/ບົດ​ອື່ນ