ການ​ນຳ​ພັກ, ລັດ, ລັດ​ຖະ​ບານ ລົງ​ຢ້ຽມ​ຢາມ ແລະ ມ​ອບ​ຂອງ​ຂວັນ​ບຸນ​ເຕັດ ຢູ່​ທ້ອງ​ຖິ່ນ​ຕ່າງ​ໆ

(VOVWORLD) -ວັນທີ 7 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດ ໃຫ້ແກ່ບັນດາຄອບຄົວທີ່ເປັນເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ຜູ້ຮັບເຄາະຮ້າຍຈາກສານພິດສີສົ້ມ ແລະ ກຳມະກອນຜູ້ອອກແຮງງານທີ່ມີສະພາບຫຍຸ້ງຍາກໃນແຂວງກ໋ວາງນາມ.
ການ​ນຳ​ພັກ, ລັດ, ລັດ​ຖະ​ບານ ລົງ​ຢ້ຽມ​ຢາມ ແລະ ມ​ອບ​ຂອງ​ຂວັນ​ບຸນ​ເຕັດ ຢູ່​ທ້ອງ​ຖິ່ນ​ຕ່າງ​ໆ - ảnh 1 ທ່ານນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງມອບຂອງຂວັນໃຫ້ແກ່ບັນດາຄອບຄົວນະໂຍບາຍ ແລະ ຜູ້ປະສົບກັບຄວາມຫຍຸ້ງຍາກ ຢູ່ກ໋ວາງນາມ (ພາບ: nhandan.com.vn)

ໃນຂະນະນັ້ນ, ທ່ານ ຮອງນາຍົກລັດມົນຕີ ຫວຽດນາມ ເວືອງດິ່ງເຫ້ວກໍ່ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ ກ່ວາ 400 ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ຜູ້ຮັບເຄາະຮ້າຍຈາກສານພິດສີສົ້ມ ແລະ ກຳມະກອນຜູ້ອອກແຮງງານທີ່ມີສະພາບຫຍຸ້ງຍາກ ເນື່ອງໃນໂອກາດບຸນເຕັດປີຊວດ 2020ຢູ່ແຂວງເບັ໊ນແຈ. ທີ່ພິທີມອບຂອງຂວັນ, ທ່ານ ເວືອງດິ່ງເຫ້ວ ໄດ້ສະເໜີອຳນາດການປົກຄອງທ້ອງຖິ່ນສືບຕໍ່ປະຕິບັດໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ຕອບສະໜອງຂະບວນການ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ, ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ”.

        ໃນວັນດຽວກັນ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໊ອງ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດໃຫ້ແກ່ປະຊາຊົນຢູ່ບັນດາຕາແສງແຄມທະເລໃນແຂວງຮ່າຕິງ.


ຕອບກັບ

ຂ່າວ/ບົດ​ອື່ນ