ການ​ນຳ​ພັກ, ລັດ, ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ, ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ສົ່ງ​ສານ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ ແລະ ອາ​ໄລ​ຫາ ທ່ານ​ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ແຈ້ງ​ເຈືອ​ມິນ

(VOVWORLD) -ສານສະແດງຄວາມເສົ້າສະຫຼົດໃຈ ຢັ້ງຢືນວ່າ ທ່ານ ແຈ້ງເຈືອມິນ  ແມ່ນການນຳຜູ້ປີຊາສາມາດຂອງພັກ ແລະ ລັດ ຈີນ, ມີຄຸນງາມຄວາມດີອັນຍິ່ງໃຫຍ່ຕໍ່ພາລະກິດແຫ່ງການປະຕິວັດ ແລະ ການກໍ່ສ້າງສັງຄົມນິຍົມພົ້ນເດັ່ນຂອງຈີນ.
ການ​ນຳ​ພັກ, ລັດ, ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ, ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ສົ່ງ​ສານ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ ແລະ ອາ​ໄລ​ຫາ ທ່ານ​ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ແຈ້ງ​ເຈືອ​ມິນ  - ảnh 1ທ່ານ ແຈ້ງເຈືອມິນ  ອະດີເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ອະດີດປະທານປະເທດ ສປ.ຈີນ (ພາບ: Reuters)

ໂດຍໄດ້ຮັບຂ່າວວ່າ ທ່ານ ແຈ້ງເຈືອມິນ  ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ອະດີດປະທານປະເທດ ສປ.ຈີນ ໄດ້ເຖິງແກ່ມໍລະນະກຳ, ວັນທີ 2 ທັນວາ ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ,ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫງຊາດ ເວືອງດິ່ງເຫ້ວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈມາຍັງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ, ທ່ານ ຫຼີເຄືອສຽງ ນາຍົກລັດຖະມົນຕີ, ທ່ານ ລີຈານຊູ ປະທານສະພາແຫ່ງຊາດ ຈີນ ພ້ອມກັບຄອບຄົວທ່ານ ແຈ້ງເຈືອມິນ 

ສານສະແດງຄວາມເສົ້າສະຫຼົດໃຈ ຢັ້ງຢືນວ່າ ທ່ານ ແຈ້ງເຈືອມິນ  ແມ່ນການນຳຜູ້ປີຊາສາມາດຂອງພັກ ແລະ ລັດ ຈີນ, ມີຄຸນງາມຄວາມດີອັນຍິ່ງໃຫຍ່ຕໍ່ພາລະກິດແຫ່ງການປະຕິວັດ ແລະ ການກໍ່ສ້າງສັງຄົມນິຍົມພົ້ນເດັ່ນຂອງຈີນ, ພ້ອມທັງໄດ້ປະກອບສ່ວນສຳຄັນໃຫ້ແກ່ການຫັນ ພົວພັນ ຫວຽດນາມ - ຈີນ ເປັນປົກກະຕິ ແລະ ຊຸກຍູ້ການພັດທະນາການພົວພັນ ລະຫວ່າງສອງປະເທດ. ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ເຄົາລົບ ແລະ ຈາລຶກບັນດາການປະກອບສ່ວນອັນຍິ່ງໃຫຍ່ຂອງອະດີດເລຂາທິການໃຫຍ່, ປະທານປະເທດ ແຈ້ງເຈືອມິນ  ຕໍ່ການພົວພັນສອງພັກ, ສອງລັດ.

ຕອບກັບ

ຂ່າວ/ບົດ​ອື່ນ