ການ​ນຳ​ພັກ, ລັດ, ລັດ​ຖະ​ບານ​ເຂົ້າ​ຮ່ວມກອງປະຊຸມຄະນະພັກກອງທັບສູນກາງ

(VOVWORLD) -ຕອນເຊົ້າວັນທີ 13 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະປະຈໍາຄະນະພັກກອງທັບ ສູນກາງໄດ້ຈັດຕັ້ງ ກອງປະຊຸມຕີລາຄາໝາກຜົນການນໍາພາ ໃນການປະຕິບັດໜ້າທີ່ການທະຫານ, ປ້ອງກັນຊາດໃນ 6 ເດືອນຕົ້ນປີ, ຜັນຂະຫຍາຍປະຕິບັດບັນດາໜ້າທີ່ ສໍາຄັນໃນ 6 ເດືອນທ້າຍປີ 2022
ການ​ນຳ​ພັກ, ລັດ, ລັດ​ຖະ​ບານ​ເຂົ້າ​ຮ່ວມກອງປະຊຸມຄະນະພັກກອງທັບສູນກາງ - ảnh 1ທ່ານ ເລຂາທິການໃຫຍ່ຫງວຽນຝູຈ້ອງ, ເລຂາຄະນະພັກກອງທັບ ສູນກາງເປັນປະທານກອງປະຊຸມ

     ທ່ານ ເລຂາທິການໃຫຍ່ຫງວຽນຝູຈ້ອງ, ເລຂາຄະນະພັກກອງທັບ ສູນກາງເປັນປະທານກອງປະຊຸມ. ເຂົ້າຮ່ວມກອງປະຊຸມຍັງມີທ່ານປະທານປະເທດ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ.

    ຜັນຂະຫຍາຍບັນດາໜ້າທີ່ສຳຄັນໃນ 6 ເດືອນທ້າຍປີ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຮຽກຮ້ອງໃຫ້ຄະນະພັກກອງທັບ ສູນກາງ ແລະ ກະຊວງປ້ອງກັນປະເທດ ສຸມໃສ່ຊີ້ນຳ ນຳພາການປະຕິບັດໂຄງການເຄື່ອນໄຫວ ມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງອົງຄະນະພັກກອງທັບ. ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກົມກອງທີ່ກ່ຽວຂ້ອງ ເພື່ອຜັນຂະຫຍາຍບັນດາຍຸດທະສາດ, ໂຄງການ ແລະ ຮ່າງກົດໝາຍວ່າດ້ວຍການທະຫານ, ການປ້ອງກັນປະເທດ; ມະຕິກ່ຽວກັບທິດທາງການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ເຂດຕ່າງໆ ຮອດປີ 2030, ວິໄສທັດຮອດປີ 2045. ພ້ອມທັງກຽມພ້ອມສູ້ຮົບ; ຄຸ້ມຄອງເຂດນ່ານຟ້າ, ທະເລ, ຊາຍແດນ, ທາງບົກ ແລະ ບັນດາຂົງເຂດຍຸດທະສາດ ແລະ ເປັນຈຸດສຸມ

ຕອບກັບ

ຂ່າວ/ບົດ​ອື່ນ