ການນຳພັກ, ລັດ, ສະພາແຫ່ງຊາດ, ແນວໂຮມປະເທດຊາດອວຍພອນບຸນເຕັດປະຊາຊົນ

ການນຳພັກ, ລັດ, ສະພາແຫ່ງຊາດ, ແນວໂຮມປະເທດຊາດອວຍພອນບຸນເຕັດປະຊາຊົນ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ​ລົງ​ຢ້ຽມຢາມ ​ແລະ ສົ່ງ​ພອນ​ໄຊ​ອັນ​ປະ​ເສີດ
​ທີ່​ສຸດ​ເຖິງ ພະມະ​ຫາ​ອາຈານ ທີກ​ໂຟ​ເຕ້
(ພາບອິນເຕີແນັດ)

(vovworld) - ​ເນື່ອງ​​​ໃນ​ໂອກາດ​ບຸນ​ເຕັດ​ປີ​ລະກາ 2017, ຕອນ​ເຊົ້າ​ວັນ​ທີ 24/01 ທ່ານ ຫງວຽນ​ທ້ຽນ​ເຍີນ ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ລົງ​ຢ້ຽມຢາມ ​ແລະ ສົ່ງ​ພອນ​ໄຊ​ອັນ​ປະ​ເສີດ​ທີ່​ສຸດ​ເຖິງ ພະມະ​ຫາ​ອາຈານ ທີກ​ໂຟ​ເຕ້ ປະທານສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ ພ້ອມ​ດ້ວຍ​ບັນດາຜູ້​ມີ​ຍົດ​ຖາ​ບັນດາສັກ​ການ​ນຳສະພາສົງ ​ແລະ ສະພາ​ບໍລິຫານ​ສະມາຄົມ​ພຸດທະ​ສາສະໜາ​ຢູ່​ວັດ ວຽນ​ມິ​ງ ຕາ​ແສງ ກວາງຫລາງ, ​ເມືອງ ຟູ໋ຊວຽນ ນະຄອນ ຮ່າ​​ໂນ້ຍ. ທ່ານ ຫງວຽນ​ທ້ຽນ​ເຍີນ ສົ່ງ​ຄຳ​ອວຍພອນ​ເຖິງ ສະພາ​ສົງ, ສະພາ​ບໍລິຫານ​ສູນ​ກາງ ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ ແລະ ພຸດທະສາສະນິກກະ​ຊົນ​ໃນ​ທົ່ວ​ປະ​ເທດ ພ້ອມ​ທັງເຊື່ອ​ໝັ້ນ​ວ່າ ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ ຈະ​ສືບ​ຕໍ່​ຮັກສາ, ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ, ​ເຂົ້າ​ຮ່ວມ​ ​ໃນ​ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ ​ໂດຍ​ຄະນະ​ກຳມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ປຸກລະດົມຢ່າງ​ຕັ້ງໜ້າ; ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​​ໃນການ​ປັບປຸງ, ​ເພີ່ມ​ທະວີ​ກຳລັງ​ແຮງ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ​ເພື່ອຄວາມ​ຮັ່ງມີ​ຂອງປະຊາຊົນ​, ປະ​ເທດຊາດ​ເຂັ້ມ​ແຂງ, ປະຊາ​ທິປະ​ໄຕ, ຍຸຕິ​ທຳ, ສີວິ​ໄລ.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ນາງ​ຮອງ​ປະທານຜູ້ປະຈຳ​ການສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ພ​້ອມດ້ວຍ​ຄະນະ​ປະຕິບັດ​ງານ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ບຸນ​ເຕັດ​ບັນດາ​ອະ​ດີດພະນັກງານ​ ​ເຊິ່ງແມ່ນ​ການ​ນຳ​ແຂວງ, ນັກ​ປະຕິວັດ​ຜູ້​ອາວຸດ​​ໂສ​ແຂວງ ​ເຊີນ​ລາ. ​ເພື່ອສະ​ແດງ​ຄວາມ​ຮູ້​ບຸນ​ຄຸນຕໍ່​ການ​ປະກອບສ່ວນ​ຂອງ​ບັນດາຄອບຄົວ​ໃນ​ພາລະກິດ​ສ້າງສາ, ປົກ​ປັກ​ຮັກສາ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ, ທ່ານ​ນາງ ຕ່ອງ​ທິຟ໋ອງ ປາດ​ຖະໜາ​ວ່າ ລຸ້ນໜຸ່ມ​ຂອງ​ບັນດາ​ຄອບຄົວຈະ​ສືບ​ທອດ​ມູນ​ເຊື້ອ​ປະຕິວັດ​ຂອງ​ລຸ້ນ​ພໍ່​ຕໍ່​ລຸ້ນອ້າຍ, ອວຍພອນ​ໃຫ້​ບັນດາ​ຄອບຄົວ​ຕ້ອນຮັບ​ບຸນ​ເຕັດ​ເຕັມ​ໄປ​ດ​້ວຍຄວາມ​ຜາ​ສຸກ, ​ເບີກ​ບານ​ມ່ວນ​ຊື່ນ ​ແລະ ອົບ​ອຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ