ການນຳພັກ, ລັດ ຫວຽດນາມ ຈັດງານລ້ຽງຮອງຮັບເລຂາທິການໃຫຍ່, ປະທານປະເທດ ລາວ

(VOVWORLD) -ຕອນຄ່ຳວັນທີ 19 ທັນວາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ແລະ ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ເປັນປະທານງານລ້ຽງຮອງຮັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ເນື່ອງໃນໂອກາດທີ່ທ່ານມາຢ້ຽມຢາມມິດຕະພາບ ຫວຽດນາມ ຢ່າງເປັນທາງການ.
ການນຳພັກ, ລັດ ຫວຽດນາມ ຈັດງານລ້ຽງຮອງຮັບເລຂາທິການໃຫຍ່, ປະທານປະເທດ ລາວ - ảnh 1ການນຳພັກ, ລັດ ຫວຽດນາມ ຈັດງານລ້ຽງຮອງຮັບເລຂາທິການໃຫຍ່, ປະທານປະເທດ ລາວ 

 ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນວ່າ: ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ປະທານປະເທດ ລາວ ບຸນຍັງ ວໍລະຈິດ ແມ່ນຂີດໝາຍທີ່ມີຄວາມໝາຍປະຫວັດສາດໃນການພົວພັນ ຫວຽດນາມ - ລາວ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ:

        “ສະຖານະການ ແລະ ສະພາບການພວມວາງອອກໃຫ້ພວກເຮົາບັນດາຄວາມຮຽກຮ້ອງຕ້ອງການໃໝ່, ຍິ່ງກ່ວາເວລາໃດໝົດ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຕ້ອງມີການພົວພັນຢ່າງແໜ້ນແຟ້ນ, ຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃນດຽວກັນ, ເສີມຂະຫຍາຍມູນເຊື້ອສາມັກຄີ ແລະ ການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງແຮງ, ສືບຕໍ່ນຳພາລະກິດການປະຕິວັດຂອງ 2 ຊາດ ກ້າວຂຶ້ນຕາມເປົ້າໝາຍສັງຄົມນິຍົມ. ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໝັ້ນໝາຍຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບພັກ, ລັດ ແລະ ປະຊາຊົນ ລາວ ອ້າຍນ້ອງ ປົກປ້ອງ, ຮັກສາ ແລະ ເພີ່ມພູນຄູນສ້າງຈົນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ພັດທະນາແຮງກ່ວາອີກ, ແທດຈິງ, ມີປະສິດທິຜົນໃນທຸກຂົງເຂດ, ເພື່ອຄວາມສີວິໄລ ແລະ ຄວາມຜາສຸກຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ”.

        ກ່ຽວກັບຝ່າຍ ລາວ, ທ່ານເລຂາທິການໃຫຍ່ ປະທານປະເທດ ລາວ ບຸນຍັງ ວໍລະຈິດ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກ, ລັດ ຫວຽດນາມ, ປະຊາຊົນ ຫວຽດນາມ ຈະສືບຕໍ່ຍາດໄດ້ຜົນງານໃໝ່ຫລາຍຢ່າງ, ໃຫຍ່ຫລວງກ່ວາອີກ ໃນພາລະກິດປ່ຽນແປງໃໝ່, ນຳປະເທດຊາດໃຫ້ພັດທະນາຢ່າງໝັ້ນຄົງເຂັ້ມແຂງ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກໄດ້ຢ່າງມີໄຊ

ຕອບກັບ

ຂ່າວ/ບົດ​ອື່ນ