ການນ​ຳ​ພັກ, ລັດ ຫວຽດ​ນາມ ເຂົ້າ​ຄຳ​ນັບສຸ​​ສານ​ປະ​ທານ​ໂຮ່​ຈີ​ມິນ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີໃໝ່​ປະ​ຈຳ​ຊາດ ປີ​ສະຫຼູ 2021

(VOVWORLD) -   ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີສະຫຼູ 2021, ຕອນເຊົ້າວັນທີ 9 ກຸມພາ, ຄະນະຜູ້ແທນ ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ ແລະ ເຂົ້າຄຳນັບສຸສານປະທານ ໂຮ່ຈີມິນ.
ການນ​ຳ​ພັກ, ລັດ ຫວຽດ​ນາມ ເຂົ້າ​ຄຳ​ນັບສຸ​​ສານ​ປະ​ທານ​ໂຮ່​ຈີ​ມິນ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີໃໝ່​ປະ​ຈຳ​ຊາດ ປີ​ສະຫຼູ 2021 - ảnh 1ຄະນະຜູ້ແທນ ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມວາງພວງມາລາ ແລະ ເຂົ້າຄຳນັບສຸສານປະທານ ໂຮ່ຈີມິນ (ພາບ: nhandan.com.vn)

ເຂົ້າຮ່ວມພິທີ, ມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ທ່ານຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກ ຫວໍວັນເຖືອງ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທັງເໝິນ… ພ້ອມດ້ວຍອະດີດການນຳພັກ, ລັດ, ສະພາແຫ່ງຊາດ, ນັກປະຕິວັດຜູ້ອາວຸໂສ ແລະ ການນຳບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນສູນກາງ.

        ການນຳ ພັກ, ລັດ ໄດ້ສະແດງເຄົາລົບນັບຖືອາໄລຫາ, ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ - ການນຳທີ່ປີຊາສາມາດຂອງພັກ ແລະ ປະຊາຊົນ ຫວຽດນາມ, ແມ່ນອາຈານຜູ້ຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ.

        ຕໍ່ຈາກນັ້ນ, ຄະນະຜູ້ແທນກໍໄດ້ໄປວາງພວງມາລາອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ຢູ່ ອະນຸສາວະລີ ນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດທີ່, ຖະໜົນ ບັກເຊີນ, ຮ່າໂນ້ຍ ແລະ ໄປວາງພວມມາລາອາໄລຫາບັນດານັກປະຕິວັດລຸ້ນກ່ອນໆ ແລະ ນັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານ ມາຍຢິກ, ຮ່າໂນ້ຍ.

ການນ​ຳ​ພັກ, ລັດ ຫວຽດ​ນາມ ເຂົ້າ​ຄຳ​ນັບສຸ​​ສານ​ປະ​ທານ​ໂຮ່​ຈີ​ມິນ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີໃໝ່​ປະ​ຈຳ​ຊາດ ປີ​ສະຫຼູ 2021 - ảnh 2ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ (ຢູ່ກາງ)

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍໄດ້ໄປຖວາຍດອກໄມ້ ຈູດທູບທຽນບູຊາ ອາໄລຫາປະທານໂຮ່ຈິມິນ ທີ່ເຮືອນເລກທີ 67 ໃນເຂດອະນຸສອນສະຖານປະທານໂຮ່ຈິມິນໃນບໍລິເວນທຳນຽບປະທານປະເທດຫວຽດນາມ

    

ຕອບກັບ

ຂ່າວ/ບົດ​ອື່ນ