ການນຳພັກ, ລັດ ຫວຽດນາມ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ ແຂວງ ບາກລຽວ

(VOVWORLD) - ຕອນບ່າຍວັນທີ 17 ພະຈິກ, ທ່ານ ຟ້າມມິງຈິ໋ງ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ທີ່ ເຂດຊຸມຊົນບ້ານ ຈາບານ II, ຕາແສງເຈົາຮຶ່ງ A, ເມືອງ ວິ໋ງເລິ້ຍ.
ການນຳພັກ, ລັດ ຫວຽດນາມ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ ແຂວງ ບາກລຽວ - ảnh 1 ທ່ານ ຟ້າມມິງຈິ໋ງ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ

        ໂດຍກ່າວປາໄສສະແດງຄວາມດີໃຈກັບພໍ່ແມ່ປະຊາຊົນ, ທ່ານ ຟ້າມມິງຈິ໋ງ ເນັ້ນໜັກວ່າ: ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນກາລະໂອກາດທີ່ດີເພື່ອຫວນຄືນມູນເຊື້ອ, ກໍ່ຄືແມ່ນວັນດຳເນີນຊີວິດການເມືອງຢູ່ເຂດຊຸມຊົນ, ຜ່ານນັ້ນ, ກໍ່ໄດ້ຍົກສູງຊີວິດວັດທະນະທຳ, ຈິດໃຈໃຫ້ແກ່ປະຊາຊົນ, ທ່ານ ມີຄວາມປາຖະໜາໃຫ້ພໍ່ແມ່ປະຊາຊົນ ສືບຕໍ່ປະຕິບັດບັນດາ ຂະບວນການແຂ່ງຂັນ, ກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ເຂັ້ມແຂງ. ຄະນະກຳມະການແນວໂຮມປະເທດຊາດຫວຽດນາມຂັ້ນຕ່າງໆ ຍູ້ແຮງວຽກງານໂຄສະນາເຜີຍແຜ່ບັນດາແຜນນະໂຍບາຍ, ນະໂຍບາຍຕ່າງໆຂອງພັກ ແລະ ລັດໃຫ້ແກ່ພໍ່ແມ່ປະຊາຊົນ.

        ເນື່ອງໃນໂອກາດດັ່ງກ່າວ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໄດ້ມອບເຮືອນມະຫາສາມັກຄີ ຈຳນວນ 10 ຫຼັງ ໃຫ້ແກ່ບັນດາຄອບຄົວທຸກຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ