ການນຳພັກ, ລັດ ຫວຽດນາມ ໄປຢ້ຽມຢາມ, ອວຍພອນບຸນເຕັດຢູ່ທ້ອງຖິ່ນຕ່າງໆ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີໄດ້ມອບຂອງຂວັນບຸນເຕັດຂອງ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ 200 ພູດໃຫ້ 200 ຄອບຄົວທຸກຍາກ
ການນຳພັກ, ລັດ ຫວຽດນາມ ໄປຢ້ຽມຢາມ, ອວຍພອນບຸນເຕັດຢູ່ທ້ອງຖິ່ນຕ່າງໆ - ảnh 1ທ່ານຮອງນາຍົກລັດຖະມົນຕີ  ເຈິ່ນລຶວກວາງ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດຢູ່ແຂວງ ຈ່າວິງ
(ພາບ: TTXVN)

    ວັນທີ 19 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດປິມະຣົງ 2024 ຢູ່ບັນດາຄອບຄົວນະໂຍບາຍ, ຜູ້ທຸກຍາກ, ກຳມະກອນ, ຜູ້ອອກແຮງງານ ແລະ ພະນັກງານ, ນັກຮົບຕຳຫຼວດແຂວງ ຈ່າວິງ. ທ່ານຮອງນາຍົກລັດຖະມົນຕີໄດ້ໃສ່ໃຈວ່າ, ແຂວງ ຈ່າວິງ ຕ້ອງສືບຕໍ່ຍາດແຍ່ງບັນດາແຫຼ່ງກຳລັງເພື່ອເບິ່ງແຍງດູແລ, ໜູນຊ່ວຍຄົນທຸກຍາກ, ຜູ້ດ້ອຍໂອກາດ ບືນຕົວຂຶ້ນສ້າງຊີວິດເປັນປົກກະຕິ. ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີໄດ້ມອບຂອງຂວັນບຸນເຕັດ ຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ 200 ພູດໃຫ້ 200 ຄອບຄົວທຸກຍາກ; ມອບຂອງຂວັນບຸນເຕັດຂອງສະຫະພັນໃຫຍ່ແຮງງານ ຫວຽດນາມ ໃຫ້ກຳມະກອນ, ຜູ້ອອກແຮງງານ ຈຳນວນ 200 ພູດ. ກ່ອນໜ້ານັ້ນ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ໄປມອບຂອງຂວັນ, ຢື້ຢາມຖາມຂ່າວແມ່ ຫວຽດນາມ ວິລະຊົນ 2 ຄົນຢູ່ນະຄອນ ຈ່າວິງ; ຢ້ຽມຢາມ ແລະ ພວຍພອນບຸນເຕັດພະນັກງານ, ນັກຮົບຕຳຫຼວດແຂວງ ຈ່າວິງ.

    ແລະກໍ່ໃນວັນທີ 19 ມັງກອນ, ທ່ານປະທານສານປະຊາຊົນສູງສຸດ ຫວຽດນາມ ຫງວຽນຮ່ວາບິ່ງ ໄດ້ເຂົ້າຮ່ວມລາຍການບຸນເຕັດແຫ່ງຄວາມເມດຕາປານີ - ລະດູບານໃໝ່ປີມະຣົງ, ຢູ່ເທດສະບານເມືອງ ເວິນແກງ, ເມືອງ ເວິນແກງ, ແຂວງ ບິ່ງດິ້ງ. ທີ່ລາຍການ, ປະຊາຊົນໄດ້ຮັບບັດ “ໄປຕະຫຼາດບໍ່ຕ້ອງເສຍຄ່າ”; ກວດ, ໃຫ້ຄຳປຶກສາພະຍາດ, ຮັບຢຸກຢາ ແລະ ໃຫ້ຄຳປຶກສາດ້ານກົດໝາຍໂດຍບໍ່ເສຍຄ່າ; ເຂົ້າຮ່ວມການຖ່າຍຮູບໂດຍບໍ່ຕ້ອງເສຍຄ່າ ແລະ ບັນດາການເຄື່ອນໄຫວວັດທະນະທຳ, ກິລາ, ການລະຫຼີ້ນພື້ມເມືອງ… ເນື່ອງໃນໂອກາດນີ້, ທ່ານ ຫງວຽນຮ່ວາບິ່ງ ໄດ້ມອບຂອງຂວັນໃຫ້ຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ ເວິນແກງ ຈຳນວນ 500 ພູດ.

        ໃນວັນດຽວກັນ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈຽນ ໄດ້ເຂົ້າຮ່ວມລາຍກາຍມອບຂອງຂວັນບຸນເຕັດໃຫ້ກວ່າ 1.000 ຄອບຄົວນະໂຍບາຍ, ຄອບຄົວທຸກຍາກ, ເດັກນ້ອຍ, ກຳມະກອນຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ ບິ່ງເຢືອງ.

  ຕອນບ່າຍວັນດຽວກັນ, ຢູ່ ກາວບັ່ງ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄາຍ ໄດ້ເຂົ້າຮ່ວມພິທີມອບຂອງຂວັນໃຫ້ກຳມະກອນ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ, ເນື່ອງໃນໂອກາດບຸນເຕັດປີມະຣົງ 2024.

    ຕໍ່ຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດພະນັກງານນັກຮົບ ປ້ອມປ້ອງກັນຊາຍແດນ ຊອກຢາງ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກຢູ່ເມືອງ ຮ່າກວາງ.

ຕອບກັບ

ຂ່າວ/ບົດ​ອື່ນ