ການນຳພັກ, ລັດ ຫວຽດນາມຝາກໂທລະເລກອວຍພອນ ເນື່ອງໃນໂອກາດ ວັນຊາດລາວ

ການນຳພັກ, ລັດ ຫວຽດນາມຝາກໂທລະເລກອວຍພອນ ເນື່ອງໃນໂອກາດ ວັນຊາດລາວ - ảnh 1

​(ພາບປະກອບ)

(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົບຮອບ 37 ປີ (2/12/1975-2/12/2012), ວັນທີ 30/11, ທ່ານເລຂາທິການໃຫ່ຍຄະນະ ບໍລິຫານງານສູນກາງພັກ​ກອມ​ມູນິດຫວຽດນາມ​ຫງວຽນ​ຟູ​ຈ້ອງ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ​ໄດ້​ຝາກ​ໂທລະ​ເລກ​ອວຍພອນ​ໄປ​ຍັງ​ທ່ານເລຂາທິ ການໃຫ່ຍຄະນະບໍລິຫານງານສູນກາງພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ ສປປ ລາວ ຈູມ​ມາລີ ​ໄຊ​ຍະ​ສອນ, ທ່າ​ນນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ ​ແລະ ທ່ານ​ນາງປະທານ​ສະ​ພ​າແຫ່ງ​ຊາດ​ລາວປານີ ຢາ​ທໍ່​ຕູ້.

   ​ໂທລະ​ເລກມີ​ຕອນ​ຂຽນ​ວ່າ: “ພວກ​ຂ້າພພະ​ເຈົ້າມີ​ຄວາມ​ພາກພູມ​ໃຈ​ໂດຍ​ເຫັນ​ວ່າ​ໃນ 37 ປີຜ່ານມາ, ​ໂດຍ​ພາຍ​ໃຕ້​ການ​ນຳພາ​ອັນ​ສະຫຼາ​ດສ່ອງ​ໃສ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ດ້ວຍ​ນ້ຳ​ໃຈຮັກ​ຊາດ ​ແລະ ມູນ​ເຊື້ອ​ການ​ປະຕິວັດ​ອັນ​ສະຫງ່າ​ອົງອາດ, ປະຊາຊົນ​ລາວ​ອ້າຍ​ນ້ອງ​ຍາດ​ໄດ້​ໄຊະນະ​ອັນ​ໃຫ່ຍຫຼວງ​ຫຼາຍ​ຢ່າງ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ​ເລື່ອງ​ປະ​ເທດລາວ​ຈັດຕັ້ງກອງ​ປະຊຸມ​ສຸດ​ຍອດ​ອາຊີ-​ເອິລົບ​ຄັ້ງທີ 9, ກອງ​ປະຊຸມ​ຄູ່​ຮ່ວມ​ມື​ອາຊີ-​ເອີ​ລົບ ຄັ້ງທີ 7, ບັນດາ​ກອງ​ປະຊຸມ​ທີ່​ກ່ຽວ​ຂ້ອງ​ສຳ​ເລັດ​ຜົນ ​ແລະ ​ເລື່ອງ​ປະ​ເທດລາວ​ກາຍເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ ​ແມ່ນ​ບັນດາ​ເຫດການ​ມີ​ຄວາມ​ໝາຍ​ສຳຄັນ​ໃນ​ປີ 2012, ປະກອບສ່ວນຍົກ​ສູງ​ບົດບາດ ​ແລະ ອິດ​ທິພົນ​ຊື່​ສຽງ​ຂອງ​ລາວ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ

     ພວກຂ້າພະ​ເຈົ້າກໍ່​ມີ​ຄວາມ​ພາກພູມ​ໃຈ ​ແລະ ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ທີ່​ສຸດ​ໂດຍ​ເຫັນ​ວ່າ: ສາຍ​ພົວພັນ​ມິດຕະພາບ, ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ, ສອງ​ສະພາ​ແຫ່ງ​ຊາດ, ສອງ​ລັດຖະບານ ແລະ ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ ​ແລະ ​ລາວ ​ໂດຍ​ປະທານ​ໂຮ່ຈິ​ມິນ​ຜູ້​ຍິ່ງ​ໃຫ່ຍ, ປະທານ​ໄກສອນ ພົມວິຫານ ​ແລະ ປະທານ​ສຸພາ​ນຸວົງ ທີ່​ແສນ​ເຄົາລົບ​ຮັກ ພ້ອມ​ກັບ​ການ​ນຳ​ລຸ້ນຕ່າງໆ ​ແລະ ປະຊາຊົນ​ສອງ​ປະ​ເທດ​ໄດ້​ເພີ່ມ​ພູນ​ຄູນ​ສ້າງ ​ໄດ້​ຮັບການ​​ປັບປຸງແລະ ພັດທະນາ​ ຢ່າງ​ບໍ່​ຢຸດ​ຢັ້ງ, ກາຍ​ເປັນ​ຊັບ​ສົມບັດອັນ​ລ້ຳຄ່າ​ໃຫ້​ແກ່​ລຸ້ນຫຼັງ​ຂອງ​ສອງ​ປະ​ເທດ“

 

 

 

ຂ່າວ/ບົດ​ອື່ນ