ການນຳພັກ, ລັດ ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ

(VOVWORLD) -ບັນດາການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ໄດ້ໄປວາງພວງມາລາ, ຈູດທູບໃຕ້ທຽນອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ອະນຸສາວະລີບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ
ການນຳພັກ, ລັດ ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1(ການນຳພັກ, ລັດ ໄດ້ໄປວາງພວງມາລາ, ເຂົ້າຂ່ຳນັບສຸສານປະມານໂຮ່ຈີມິນ)

ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2021), ຕອນເຊົ້າວັນທີ 27 ກໍລະກົດ, ບັນດາການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ໄດ້ໄປວາງພວງມາລາ, ຈູດທູບໃຕ້ທຽນອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ອະນຸສາວະລີບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ (ເສັ້ນທາງ ບັກເຊີນ - ຮ່າໂນ້ຍ) ແລະ ເຂົ້າຂ່ຳນັບສຸສານປະມານໂຮ່ຈີມິນ. ເຂົ້າຮ່ວມພີທີອາໄລຫາມີທ່ານປະທານປະເທດ ຫງວຽນຊວັນຟຸກ; ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ.

ຕໍ່ຈາກນັ້ນ, ບັນດາການນຳພັກ, ລັດ ໄດ້ໄປວາງພວງມາລາ, ເຂົ້າຂ່ຳນັບສຸສານປະທານໂຮ່ຈີມິນ.

ການນຳພັກ, ລັດ ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 2(ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ)

ແລະກໍ່ໃນຕອນເຊົ້າວັນທີ 27 ກໍລະກົດ, ກ່ອນທີ່ສະພາແຫ່ງຊາດປຶກສາຫາລືຢູ່ຫໍປະຊຸມ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ມີບົດກ່າວປາໄສເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ. ທ່ານຢືນຢັນວ່າ, ຄວາມເອົາໃຈໃສ່ເບິ່ງແຍງດູແລທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ, ແມ່ນຫຼັກສິນທຳຂອງຊາດຫວຽດນາມ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ, ຕ້ອງສືບຕໍ່ມີນະໂຍບາຍບຸລິມະສິດ, ການຊ່ວຍເຫຼືອຢ່າງແທດຈິງ ແລະ ມີປະສິດທິຜົນກວ່າ ເພື່ອໃຫ້ບັນດາຄອບຄົວມີຄຸນງາມຄວາມດີຕໍ່ການປະຕິວັດລ້ວນແຕ່ມີລະດັບຄອງຊີບທຽບເທົ່າ ຫຼື ສູງກວ່າລະດັບປານກາງຂອງພົນລະເມືອງ.

ປະຕິບັດນະໂຍບາຍໃຫ້ບຸລິມະສິດຕໍ່ຜູ້ມີຄຸນງາມຄວາມດີໃຫ້ເປັນຢ່າງດີ ທັງແມ່ນນ້ຳໃຈອາລົມຈິດອັນສັກສິດ, ແມ່ນໜ້າທີ່ອັນສູງສົ່ງຂອງທັງລະບົບການເມືອງ ແລະ ຂອງທົ່ວປວງຊົນ, ທັງແມ່ນປັດໄຈຮັບປະກັນຄວາມກ້າວຫນ້າ ແລະ ຄວາມຍຸຕິທຳຂອງສັງຄົມ. ປະກອບສ່ວນປັບປຸງກຸ່ມກ້ອນສາມັກຄີທົ່ວປວງຊົນທັງຊາດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ ແລະ ລັດ”.

ຕອບກັບ

ຂ່າວ/ບົດ​ອື່ນ